logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ວິ​ວັດ​ທະ​ນາ​ການ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ໄດ້​ດຳ​ເນີນ​ຢ່າງ​ພິ​ຖີ​ພິ​ຖັນ ແລະ ມີ​ແບບ​ມີ​ແຜນ

2025/12/15 | 11:55:08
(VOVWORLD) -   ຕອນເຊົ້າວັນທີ 15 ທັນວາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເຂດ 1 ພົບປະກັບຜູ້ມີສິດເລືອກຕັ້ງ 11 ເທດສະບານໃນບໍລິເວນນະຄອນ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ວິວັດທະນາການກະກຽມພວມໄດ້ດຳເນີນຢ່າງພິຖີພິຖັນ, ມີແບບມີແຜນ ແລະ ໄດ້ຮັບຄວາມເອົາໃຈໃສ່, ປະກອບຄຳເຫັນຢ່າງມີຄວາມຮັບຜິດຊອບຂອງປະຊາຊົນໃນທົ່ວປະເທດ. ເລື່ອງຮັບເອົາຄຳເຫັນປະກອບເຂົ້າໃນຮ່າງເອກະສານກອງປະຊຸມໃຫຍ່ ໄດ້ຮັບການປະຕິບັດຖືກເຂັ້ມງວດ, ມີປະສິດທິຜົນ ແລະ ແທດຈິງ. ທ່ານເລຂາທິການໃຫຍ່ ກໍຕີລາຄາສູງເລື່ອງນະຄອນພວມຍູ້ແຮງການປັບປຸງການຈັດຕັ້ງກົງຈັກຢ່າງສົມບູນແບບ.

        “ຂ້າພະເຈົ້າມີຄວາມຊົມເຊີຍບັນດານະໂຍບາຍຂອງນະຄອນພັດທະນາລະບົບຄົມມະນາຄົມສາທາລະນະສີຂຽວ ຕ້ອງມີຂັ້ນຕອນຄວບຄຸມຢ່າງແໜ້ນແຟ້ນ, ແຫຼ່ງປ່ອຍອາຍພິດ ແລະ ຕ້ອງແກ້ໄຂຢ່າງເຂັ້ມງວດ. ນີ້ກໍແມ່ນຄຳຮຽກຮ້ອງທີ່ຮີບດ່ວນ ແລະ ຈຳເປັນສຳລັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ສະເພາະບັນຫາເປັນມົນລະພິດອາກາດ, ກຳລັງຕຳຫຼວດຕ້ອງເຂົ້າຮ່ວມສ້າງສຳນວນຄະດີ, ແກ້ໄຂບັນດາເປົ້າໝາຍທີ່ສົມຮູ້ຮ່ວມຄິດກັບບັນດາໂຮງຈັກໂຮງງານ, ສະຖານີຕິດຕັ້ງເຄື່ອງວັດແທກ ທີ່ປະກາດບັນດາຕົວເລກທີ່ບໍ່ຖືກຕ້ອງກ່ຽວກັບລະດັບມົນລະພິດ.”

TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ/ຮ່າງເອກະສານກອງປະຊຸມໃຫຍ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ