logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ຫວຽດ​ນາມ ແລະ ລາວ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ

2026/1/27 | 07:34:43
(VOVWORLD) - ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານງານລ້ຽງຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.

ລາຍການສະແດງສິລະປະໃນງານລ້ຽງ

ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເລເຂາທິການໃຫຍ່ ໄດ້ເນັ້ນໜັກວ່າບັນດາໝາກຜົນພົ້ນເດັ່ນກໍຄືແຜນນະໂຍບາຍ, ທິດທາງຍຸດທະສາດ, ວິໄສທັດໄລຍະຍາວ ແລະ ບັນດານະໂຍບາຍຊີ້ຂາດສຳຄັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງອອກ ຈະເປັນພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະະເທດສືບຕໍ່ເຮັດໃຫ້ສາຍພົວພັນແບບພິເສດ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.

ໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຍິ່ງມີຄວາມໝາຍສຳຄັນພິເສດ. ພວກຂ້າພະເຈົ້າຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ, ໃຫ້ການຮ່ວມມື ແລະ ຮ່ວມເດີນທາງພ້ອມກັບພັກ, ລັດ ແລະ ປະຊາຊົນຢ່າງສຸດຂີດໃນການເສີມຂະຫຍາຍບັນດາຜົນງານສຳຄັນທີ່ບັນລຸໄດ້, ຜ່ານຜ່າທຸກສິ່ງທ້າທາຍ, ປະຕິບັດສຳເລັດບັນດາເປົ້າໝາຍກໍຄືບັນດາບັນຫາຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວໄດ້ວາງອອກຢ່າງມີໄຊ. ໃນສະພາບການປັດຈຸບັນ, ຍິ່ງກວ່າເວລາໃດໝົດ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາຍິ່ງຕ້ອງຈັບມືຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງແຂງແຮງ, ສືບຕໍ່ນຳພາລະກິດປະຕິວັດຂອງສອງຊາດພວກເຮົາກ້າວຂຶ້ນຢ່າງໝັ້ນຄົງ”.

ທ່ານ ໂຕເລິມ ເລເຂາທິການໃຫຍ່ ກ່າວຄຳເຫັນທີ່ງານລ້ຽງ

ກ່າວຄຳເຫັນຕອບກັບ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນັ້ນໜັກວ່າ ສອງປະເທດ ລາວ ແລະ ຫວຽດນາມ ພວມຢືນຢູ່ຕໍ່ໜ້າ “ແສງອາລຸນແຫ່ງສັກກະລາດໃໝ່” - ສັກກະລາດບືນຕົວຂຶ້ນ, ມຸ່ງໄປເຖິງບັນດາເປົ້າໝາຍໃໝ່ ເຊິ່ງກອງປະຊຸມໃຫຍ່ຂອງແຕ່ລະພັກໄດ້ວາງອອກ; ຢັ້ງຢືນພັກ, ລັດ ແລະ ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປົກປັກຮັກສາ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ, ພ້ອມດຽວກັນນັ້ນ, ຖ່າຍທອດໃຫ້ຄົນລຸ້ນຫຼັງສືບຕໍ່ປົກປັກຮັກສາ ແລະ ຖະໜຸຖະໜອມຕະຫຼອດການ.

TAG
VOV/VOVworld/ງານ​ລ້ຽງ​ຕ້ອນ​ຮັບ/ຫວຽດ​ນາມ - ລາວ/ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ