logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ໂຮງ​ຮຽນ​ມັດ​ທະ​ຍົມ​ ​ກິນນອນ​ຊົນ​ເຜົ່າ ເຈື່ອງ​ຮ່າ, ກາວບັ່ງ

2026/1/28 | 17:09:34

(VOVWORLD) - ຕອນບ່າຍວັນທີ 28 ມັງກອນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງໂຮງຮຽນມັດທະຍົມ ກິນນອນຊົນເຜົ່າ ເຈື່ອງຮ່າ, ກາວບັ່ງ.



ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ເຫດການນອນໃນໂຄງການກໍ່ສ້າງ ຮງຮຽນມັດທະຍົມ ກິນນອນຊົນເຜົ່າ 248 ຫຼັງຢູ່ບັນດາຕາແສງເຂດຊາຍແດນ, ໄດ້ຜັນຂະຫຍາຍຕາມບົດສະຫຼຸບເລກທີ 81 ຂອງກົມການເມືອງ ກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງໂຮງຮຽນໃຫ້ແກ່ບັນດາຕາແສງເຂດຊາຍແດນ.

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ການລົງທຶນກໍ່ສ້າງໂຮງຮຽນກິນນອນຊົນເຜົ່າຢູ່ ປັກປໍ - ເຈື່ອງຮ່າ ແມ່ນເພື່ອແນໃສ່ປັບປຸງເງື່ອນໄຂຮ່ຳຮຽນໃຫ້ແກ່ນັກຮຽນເຂດຊາຍແດນ, ຮັດແຄບໄລຍະຫ່າງລະຫວ່າງເຂດພາກ, ປະກອບສ່ວນປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມເຂດຊາຍແດນຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຈະພ້ອມກັນເລີ່ມລົງມືກໍ່ສ້າງ, ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງໂຮງຮຽນ 248 ຫຼັງ ຢູ່ 248 ຕາແສງຊາຍແດນເຂດດິນຕໍ່ແຜ່ນ.

TAG
VOV/VOVworld/​ໂຮງ​ຮຽນ​ມັດ​ທະ​ຍົມ​ ​ກິນນອນ​ຊົນ​ເຜົ່າ/ກາວບັ່ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ