(VOVWORLD) - ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່,ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງລາວ ດຳເນີນການເຈລະຈາ.
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລິດ ແລະ ພັນລະນາ ທ່ານນາງ ນາລີ ສິສຸລິດ ຢູ່ສະໜາມບິນສາກົນ ໂນ້ຍບາຍ (ພາບ: TTXVN) |
ຕອນເຊົ້າວັນທີ 26 ມັງກອນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລຸນ ສີສຸລິດ ແລະ ພັນລະນາ ທ່ານນາງ ນາລີ ສິສຸລິດ ໄດ້ມາຮອດນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 26 – 27 ມັງກອນ 2026, ຕາມຄຳເຊື້ອເຊີນ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ທ່ານນາງ ໂງເຟືອງລີ.
ໃນຕອນເຊົ້າວັນທີ 26 ມັງກອນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມກັນພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວໄດ້ຈັດຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ ຕາມພິທີສູງສຸດສະຫງວນໃຫ້ແກ່ປະມຸກລັດ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາເປັນປະທານພິທີຕ້ອນຮັບ.
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່,ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງລາວ ດຳເນີນການເຈລະຈາ.




