logo

ເລີ່ມຈັດການຝຶກຊ້ອມການເດີນທະເລ MILAN 2026. ກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການຝຶກຊ້ອມ

2026/2/15 | 11:01:56
(VOVWORLD) - ຝຶກຊ້ອມການເດີນທະເລ MILAN 2026 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ກຸມພາ. ໃນຂອບເຂດການຝຶກຊ້ອມຈັດຂຶ້ນຢູ່ເຂດອ່າວ Bengal ແຕ່ວັນທີ 21 – 25 ກຸມພາ, ກອງທັບເຮືອບັນດາປະເທດຈະສຸມໃສ່ເນື້ອໃນຝຶກຊ້ອມຍົກສູງ
ກອງທັບເຮືອບັນດາປະເທດຈະສຸມໃສ່ເນື້ອໃນຝຶກຊ້ອມຍົກສູງ, ຄື: ຕ້ານກຳປັ່ນດຳນ້ຳ, ປ້ອງກັນອາກາດ, ການສູ້ຮົບເອເລັກໂຕນິກ, ການກູ້ໄພກູ້ຊີບ
(ພາບ: baohaiquanvietnam.vn)

ແຕ່ວັນທີ 15 – 25 ກຸມພາ, ຢູ່ນະຄອນທ່າກຳປັ່ນ Visakhapatnam, ລັດ Andhra Pradesh, ທາງທິດຕາເວັນອອກສ່ຽງໃຕ້ ອິນເດຍ ໄດ້ຈັດການຝຶກຊ້ອມການເດີນທະເລ MILAN 2026, ດ້ວຍການເຂົ້າຮ່ວມຂອງ 72 ປະເທດ, ພ້ອມກັບກຳປັ່ນສູ້ຮົບ 60 ລຳ. ກອງທັບເຮືອປະຊາຊົນ ຫວຽດນາມ ໄດ້ຈັດສົ່ງກຳປັ່ນເລກທີ 17 ຂຶ້ນກັບກອງພົນນ້ອຍ 171, ທະຫານເຮືອເຂດ 2, ພ້ອມກັບຄະນະຜູ້ແທນເຂົ້າຮ່ວມເຫດການ. ນີ້ແມ່ນຄັ້ງທີ 4 ທີ່ກອງທັບເຮືອປະຊາຊົນ ຫວຽດນາມ ເຂົ້າຮ່ວມເຫດການດັ່ງກ່າວ.

ຝຶກຊ້ອມການເດີນທະເລ MILAN 2026 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ກຸມພາ. ໃນຂອບເຂດການຝຶກຊ້ອມຈັດຂຶ້ນຢູ່ເຂດອ່າວ Bengal ແຕ່ວັນທີ 21 – 25 ກຸມພາ, ກອງທັບເຮືອບັນດາປະເທດຈະສຸມໃສ່ເນື້ອໃນຝຶກຊ້ອມຍົກສູງ, ຄື: ຕ້ານກຳປັ່ນດຳນ້ຳ, ປ້ອງກັນອາກາດ, ການສູ້ຮົບເອເລັກໂຕນິກ, ການກູ້ໄພກູ້ຊີບດ້ວຍຈຸດສຸມແມ່ນ “ສົມທົບຫຼາຍຂົງເຂດ” ລະຫວ່າງກຳລັງໜ້ານ້ຳ, ໃຕ້ນ້ຳ ແລະ ທາງອາກາດ. ນອກນັ້ນ, ຍັງຈັດບັນດາການໂອການເດີນເຮືອຢູ່ທະເລສາກົນ ແລະ ບັນດາການແລກປ່ຽນວິຊາສະເພາະເພື່ອສ້າງແຜນການ, ເປັນເອກະພາບຂັ້ນຕອນ, ຍົກສູງກຳລັງຄວາມສາມາດຮ່ວມກັນສູ້ຮົບ.

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ