logo

ເລິມ​ດົ່ງ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ກາ​ນ​ຕ້ານ IUU

2026/1/9 | 09:58:57
(VOVWORLD) - ເຮືອຫາປາແຕ່ລະລຳ, ກັບຕັນແຕ່ລະຄົນລ້ວນແຕ່ ໄດ້ສ້າງເອກະສານຄຸ້ມຄອງ, ອຸປະກອນຕິດຕາມວິວັດການເດີນທາງໄດ້ກວດກາ, ຕິດຕາມກວດກາເປັນປະຈຳ ແລະ ລາຍງານຕາມປະຈຳອາທິດ.
ການເຄື່ອນໄຫວຄຸ້ມຄອງກຳປັ່ນຫາປາຢູ່ທ່າກຳປັ່ນໃນບໍລິເວນແຂວງເລິມດົງໄດ້ປະຕິບັດເປັນປະຈຳ (ພາບ: VOV)

ໂດຍປະຕິບັດ ບັນດາຂໍ້ສະເໜີຂອງ ຄະນະກຳມະການເອີລົບຢ່າງເຂັ້ມງວດ, ແຂວງເລິມດົ່ງ ພວມຜັນຂະຫຍາຍຫຼາຍມາດຕະການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມ ຂໍ້ກຳນົດ (IUU) ຢ່າງຄົບຊຸດ, ຂ້ຽວຂາດ, ດ້ວຍເປົ້າໝາຍສ້າງຄວາມເປັບລະບຽບຮຽບຮ້ອຍໃນການຂຸດຄົ້ນສິນໃນນ້ຳ ແລະ ຍົກເລີກບັດເຫຼືອງໂດຍໄວ.

ຢູ່ຕາແສງລາຍີ, ແຂວງເລິມດົ່ງ, ກຳລັງຕຳຫຼວດພວມຜັນຂະຫຍາຍບັ້ນຈຸດສຸມຕ້ານການຂຸດຄົ້ນ IUU. ເຮືອຫາປາແຕ່ລະລຳ, ກັບຕັນແຕ່ລະຄົນລ້ວນແຕ່ ໄດ້ສ້າງເອກະສານຄຸ້ມຄອງ, ອຸປະກອນຕິດຕາມວິວັດການເດີນທາງໄດ້ກວດກາ, ຕິດຕາມກວດກາເປັນປະຈຳ ແລະ ລາຍງານຕາມປະຈຳອາທິດ. ທ່ານພັນຕີ ຫງວຽນວັນເຕິບ, ຮອງຫົວໜ້າຕຳຫຼວດຕາແສງ ລາຍີ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສ້າງກຸ່ມໄປກວດກາຢັ້ງຢືນ ແລະ ສ້າງບັນຊີລາຍຊື່ຂໍ້ມູນກ່ຽວກັບບັນດາເຈົ້າຂອງກຳປັ່ນ, ຜູ້ຂັບກຳປັ່ນ, ກັບຕັນ ແລະ ຜູ້ອອກແຮງງານໃນບັນດາກຳປັ່ນ. ມີກຳປັ່ນທັງໝົດ 1.158 ລຳໄດ້ຢັ້ງຢືນໃນລະບົບ VNeID.

TAG
VOV/VOVworld/ເລິມ​ດົ່ງ/​ກາ​ນ​ຕ້ານ IUU

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ