ເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນໂອກາດງານບຸນວິຫານ ຮຸ່ງ
”ຄອບຄົວເຮົາມີເອື້ອຍນ້ອງ, ລູກຫຼານປະມານ 10 ຄົນເຂົ້າຮ່ວມພິທີນີ້. ຂ້າພະເຈົ້າເຫັນວ່າມື້ນີ້ມ່ວນຫຼາຍ. ຂ້າພະເຈົ້າຫວັງວ່ານັບແຕ່ນີ້ເປັນຕົ້ນໄປ, ປີໃດກໍ່ຈັດພິທີແຫ່ຫວໍຄືແນວນີ້”.
ພ້ອມກັບການຈັດຕັ້ງບັນດາພິທີງານບຸນມຸ້ງໄປສູ່ວັນບຸນບູຊາເຈົ້າຊີວິດ ຮຸ່ງ, ແຂວງ ຟູ໋ທໍ້ ຍັງຜັນຂະຫຍາຍຫຼາຍມາດຕະການຮັບປະກັນຄວາມປອດໄພທາງຄົມມະນາຄົມໃນໂອກາດນີ້, ພິເສດແມ່ນໃນ 2 ວັນຕົ້ນຕໍ່ຂອງງານບຸນ ຄືວັນທີ 9 ແລະ ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ.




