logo

ເລີ່ມລົງມືກໍ່ສ້າງໜຶ່ງໃນບັນດາໂຄງການໃຫຍ່ສຸດຂອງ ຫວຽດນາມ ຢູ່ ລາວ

2022/12/20 | 08:16:00
(VOVWORLD) -ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງວິສາຫະກິດ ຫວຽດນາມ ຢູ່ ລາວ ແລະ ກໍ່ແມ່ນໂຄງການລົງທຶນຕ່າງປະເທດໃຫຍ່ສຸດຢູ່ແຂວງ ເຊກອງ ມາຮອດປະຈຸບັນ.
(ພິທີວາງສີລາລຶກກໍ່ສ້າງໂຄງການ)

        ຕອນບ່າຍວັນທີ 19 ທັນວາ, ຢູ່ເມືອງ  ດາກຈຶງ, ແຂວງ ເຊກອງ, ໄດ້ຈັດພິທີວາງສີລາລຶກກໍ່ສ້າງໂຄງການອຸດສາຫະກຳ ບົກຊິດ - ອາລູມີນາ ດາກຈຶງ ແລະ ເປີດນຳໃຊ້ສຳນັກງານຫ້ອງການຄຸ້ມຄອງໂຄງການດັ່ງກ່າວ. ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງວິສາຫະກິດ ຫວຽດນາມ ຢູ່ ລາວ ແລະ ກໍ່ແມ່ນໂຄງການລົງທຶນຕ່າງປະເທດໃຫຍ່ສຸດຢູ່ແຂວງ ເຊກອງ ມາຮອດປະຈຸບັນ. ດ້ວຍເນື້ອທີ່ເກືອບ 8.700 ເຮັກຕາ, ໂຄງການມີເງິນລົງທຶນ 1 ຕື້ USD. ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຟືອງມິນເຫວະ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຫວຽດເຟືອງ, ຫົວໜ່ວຍປະຕິບັດໂຄງການ, ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມປະຕິບັດໂຄງການໃຫ້ສຳເລັດ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງແຂວງ ເຊກອງ ແລະ ປະກອບສ່ວນເຂົ້າໃນເປົ້າໝາຍພົວພັນເສດຖະກິດ

 2 ຝ່າຍ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນບາຮຸ່ງ ປາດຖະໜາວ່າ, ບັນດາເຈົ້າໜ້າທີ່ຂອງ ລາວ ຈະຕັ້ງໜ້າໜູນຊ່ວຍເພື່ອໃຫ້ກຸ່ມບໍລິສັດ ຫວຽດເຟືອງ ປະຕິບັດສຳເລັດເປົ້າໝາຍຂອງວິສາຫະກິດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ລາວ, ກໍຄືຢູ່ທ້ອງຖິ່ນ, ສ້າງວຽກເຮັດງານທຳຫຼາຍຢ່າງໃຫ້ແກ່ປະຊາຊົນ, ປະກອບສ່ວນປົວແປງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນຢູ່ເຂດກໍ່ສ້າງໂຄງການ.

TAG
VOV/VOVworld/ວິ​ສາ​ຫະ​ກິດ/​ວາງ​ສີ​ລາ​ລຶກ/ບໍ​ລິ​ສັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ