logo

ເລື່ອງລາວກ່ຽວກັບບັນດາຜູ້ເປັນຄູຢູ່ຕາແສງ ເກາະຊິງໂຕນ

2019/3/3 | 07:29:00
(VOVWORLD) -ໂດຍໄດ້ຜ່ານຜ່າພະຍຸລົມແຮງຂອງທະເລ, ສອງອ້າຍຄູແມ່ນ ຫງວຽນກົງກວາ ແລະ ຫງວຽນຊວນຢ້ຽວ ໄດ້ໄປຮອດໂຮງຮຽນປະຖົມຊິງໂຕນ, ຕາແສງ ຊິງໂຕນ ເມືອງ ເຈື່ອງຊາ, ແຂວງ ແຄັງຮວ່າ ເພື່ອສອນໜັງສືໃຫ້ແກ່ພວກນັກຮຽນຢູ່ທີ່ນິີ້. ໂດຍຖືໃນໂຕພາລະກິດສ້າງຄົນອັນສູງສົ່ງ ພ້ອມກັບຄວາມກະຕືລືລົ້ນຂອງໄວໜຸ່ມ, ບັນດາອ້າຍຄູໜຸ່ມໄດ້ໄປຮອດເຂດໝູ່ເກາະທີ່ຫ່າງໄກ ເພື່ອຖ່າຍທອດຄວາມຮູ້ໃຫ້ແກ່ພວກນັກຮຽນ ອັນໄດ້ຊ່ວຍໃຫ້ເຂົາເຈົ້າສືບຕໍ່ສ້າງສາ ແລະ ປົກປັກຮັກສາ ປະເທດຊາດໃນອະນາຄົດ
(ພາບປະກອບ) 

ໂຮງຮຽນປະຖົມ ຊິງໂຕນ ຖືກຕັ້ງຢູ່ໃນທ່າມກາງຕົ້ນ ຫູກວາງຂຽວອຸມທຸມ. ບັນດາຫ້ອງຖືກກໍ່ສ້າງແບບຖາວອນ, ສາມາດຮັບປະກັນໃຫ້ພວກນັກຮຽນມາຮຽນ ນັບແຕ່ວັນຈັນຫາວັນເສົາໃນອາທິດ, ບໍ່ວ່າໃນມື້ທຳມະດາ ຫຼື ໃນມື້ເກີດພະຍຸລົມແຮງ. ການສອນຢູ່ເກາະແມ່ນບໍ່ງ່າຍດາຍປານໃດ, ເມື່ອຫາກໍ່ໄປຍັງເກາະ, ບັນດາອ້າຍຄູຍັງບໍ່ທັນຄິດເຖິງເວລານັກຮຽນຕ້ອງຮຽນຢູ່ຫ້ອງຮຽນຕ່າງໆ ແບບຮຽນລວມຈາກຫ້ອງປໍ 1 ຫາ ປໍ 5, ຈາກຊັ້ນອະນຸບານເຖິງຫ້ອງປໍ 4. ຈຸນັກຮຽນນີ້ເຮັດບົດຝຶກຫັດ, ສ່ວນຈຸນັກຮຽນອື່ນກໍ່ຮຽນຫັດອ່ານ, ແຕ່ສອງອ້າຍຄູໜຸ່ມກໍ່ລ້ວນແຕ່ແມ່ນຜູ້ອາສາສະໝັກ ໄປປະຕິບັດງານຢູ່ເກະ ແລະ ມີຄວາມຫວັງຢາກຖ່າຍທອດຄວາມຮູ້ ໃຫ້ແກ່ລູກຫຼານຂອງປະຊາຊົນທີ່ດຳລົງຊີວິດຢູ່ເກາະຊິງໂຕນ. ອ້າຍຄູທັງສອງຄົນນີ້ຕ່າງກໍ່ຍັງບໍ່ທັນສ້າງຄອບຄົວເທື່ອ, ຍ້ອນເປັນເພດຊາຍດັ່ງນັ້ນ ບັນດາອ້າຍຄູກໍ່ຍິ່ງປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ ເມື່ອທຳການສອນ ແລະ ເບິ່ງແຍງເດັກອະນຸບານ, ແຕ່ເຖິງຢ່າງໃດກໍ່ຕາມ ຍ້ອນມີຄວາມຮັກເດັກ, ບັນດາອ້າຍຄູໄດ້ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ, ສົບທົບກັບບັນດາພະນັກງານນັກຮົບ, ພໍ່ແມ່ນນັກຮຽນເພື່ອດຳເນີນການສອນ ແລະ ເບິ່ງແຍງໃຫ້ແກ່ເດັກອະນຸບານໃຫ້ດີກວ່າເກົ່າ. ອ້າຍຄູ ຫງວຽນກົງກວາ ເປີດເຜີຍວ່າ:

     “ນັບແຕ່ຄາວຂ້າພະເຈົ້າເປັນນັກຮຽນ, ຂ້າພະເຈົ້າກໍ່ຫວັງຢາກໄປສອນຢູ່ເຂດຫ່າງໄກສອກຫຼີກ, ຫຼື ເຂດໝູ່ເກາະ. ພາຍຫຼັງຮຽນຈົບມະຫາວິທະຍາໄລ, ຂ້າພະເຈົ້າໄດ້ໄປສອນຢູ່ນະຄອນ ຍາຈາງ ເປັນເວລາປະມານ 3 ປີ. ຫຼັງຈາກນັ້ນກໍ່ໄດ້ຍິນຂ່າວພະແນກສຶກສາ ແລະ ບຳລຸງສ້າງແຂວງ ແຄັງຮວ່າ ຄັດເລືອກເອົາຄູໄປປະຕິບັດງານຢູ່ເກາະ ເຈື່ອງຊາ, ຂ້າພະເຈົ້າໄດ້ຂຽນໃບຄຳຮ້ອງສະໝັກໃຈໄປປະຕິປັດວຽກງານຢູ່ທີ່ນີ້.”                        (ເທບ)

      ສ່ວນອ້າຍຄູ ຫງວຽນຊວນຢ້ຽວ ກໍ່ສະໝັກໃຈຂຽນໃບຄຳຮ້ອງຂໍໄປປະຕິບັດງານຢູ່ເກາະ ຊິງໂຕນ ເພື່ອສອນໜັງສືໃຫ້ແກ່ເດັກໃນເກາະ. ຫ້ອງຮຽນໂດຍອ້າຍຄູ ຫງວຽນຊວນຢ້ຽວ ສອນນັ້ນກໍ່ມີເກນອາຍຸແຕກຕ່າງກັນ ແລະ ລະດັບການສຶກສາກໍ່ແຕກຕ່າງກັນຈາກຊັ້ນອະນຸບານຫາປະຖົມ. ອ້າຍຄູ ຫງວຽນຊວນຢ້ຽວ ເວົ້າວ່າ:

     “ພວກຫຼານຕ່າງກໍ່ເປັນເດັກຄຳຮູ້ ແລະ ມີຄວາມຂະຫຍັນຂັນເຄື່ອນທີ່ສຸດ, ພໍ່ແມ່ນັກຮຽນກໍ່ມີຄວາມເອົາໃຈໃສ່ເຖິງລູກເຕົ້າຂອງຕົນ ດັ່ງນັ້ນກໍ່ເປັນການຊ່ວຍໃຫ້ແກ່ຄູໄດ້ຫຼາຍທີ່ສຸດ. ເມື່ອໄດ້ຮັບໜ້າທີ່ໄປປະຕິບັດງານຢູ່ທີ່ນີ້, ຂ້າພະເຈົ້າດີໃຈທີ່ສຸດ. ທັງດີໃຈ ແລະ ທັງເປັນຫ່ວງ. ເປັນຫ່ວງແມ່ນຢູ່ບ່ອນວ່າ ເຮົາອອກໄປໄກເຊັ່ນນີ້ ກໍ່ເປັນຫ່ວງໃຫ້ຄອບຄົວຂອງຕົນ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອໄດ້ຮັບຄັດເລືອກໄປເຮັດວຽກຢູ່ເຂດໝູ່ເກາະທີ່ຫ່າງໄກ. ເຮົາໝັ້ນໝາຍຈະອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ ໃຫ້ແກ່ວຽກງານຂອງປະເທດຊາດ”.

     ສິ່ງທີ່ເຮັດໃຫ້ອ້າຍຄູໜຸ່ມນີ້ມີຄວາມເປັນຫວ່ງທີ່ສຸດ ແມ່ນການຊ່ວຍເຫຼືອພວກນ້ອງນັກຮຽນພັດທະນາຢ່າງຮອບດ້ານ. ຍ້ອນເຫດນີ້ເອງອ້າຍຄູ ຢ້ຽວ ແລະ ອ້າຍຄູ ກວາ ທັງສວມບົດບາດແມ່ນຄູ, ທັງເປັນເພື່ອນຄົນໜຶ່ງເພື່ອເລົ່າບັນດາເລື່ອງລາວຢູ່ດິນຕໍ່ແຜ່ນໃຫ້ແກ່ບັນດານ້ອງນັກຮຽນຮູ້. ອ້າຍຄູ ຢ້ຽວ ໃຫ້ຮູ້ອີກວ່າ:

     “ຄວາມຫຍຸ້ງຍາກກໍ່ມີຫຼາຍທີ່ສຸດ, ແຕ່ພວກຂ້າພະເຈົ້າໄດ້ຮຽນຮູ້ຈາກເພື່ອນຮ່ວມອາຊີບ, ຍົກສູງວິຊາສະເພາະ. ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ຈະນຳຄວາມຮູ້ຫຼາຍຢ່າງມາຖ່າຍທອດໃຫ້ແກ່ພວກນ້ອງນັກຮຽນ, ເພື່ອຊ່ວຍໃຫ້ພວກນ້ອງເມື່ອກັບຄືນດິນຕໍ່ແຜ່ນ ຈະມີລະດັບຄວາມຮູ້ຢ່າງພຽງພໍເພື່ອເຊື່ອມຕົວເຂົ້າກັບສັງຄົມ”.

     ຢູ່ເຂດໝູ່ເກາະທີ່ຫ່າງໄກບໍ່ມີປຶ້ມ, ອຸປະກອນການຮຽນ, ເຄື່ອງຫຼິ້ນຢ່າງພຽງພໍ, ຢູ່ເກາະແຫ່ງນີ້ຍັງຂາດເຂີນຫຼາຍສິ່ງຫຼາຍຢ່າງເມື່ອທຽບໃສ່ດິນຕໍ່ແຜ່ນ. ຍ້ອນເຫດນີ້ເອງ, ດ້ວຍຄວາມຮັກເດັກ ແລະ ຄວາມເມົາມົວສຸມຈິດສຸມໃຈກັບອາຊີບເປັນຄູນັ້ນ, ບັນດາອ້າຍຄູຢູ່ເກາະ ຊິງໂຕນ ເວົ້າສະເພາະ ແລະ ບັນດາຜູ້ເປັນຄູເວົ້າລວມທີ່ພວມເຮັດວຽກຢູ່ເມືອງເກາະ ເຈື່ອງຊາ, ຍາມໃດກໍ່ພ້ອມແລ້ວທີ່ຈະຜ່ານຜ່າພະຍຸລົມແຮງ, ຄວາມທຸກຍາກທຸກຢ່າງເພື່ອກະກຽມສຳພາລະໃຫ້ແກ່ພວກນ້ອງນັກຮຽນຢ່າງຄົບຖ້ວນກ່ອນທີ່ຈະເຕີບໃຫຍ່.
TAG
VOV/VOVworld/ອ້າຍ​ຄູ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ