logo

ເລື່ອງລາວຜ່ານຜ່າຄວາມຫຍຸ້ງຍາກຂອງຄອບຄົວ ລວມ 3 ລຸ່ນຄົນແມ່ນຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ

2017/7/9 | 04:55:51
(VOVWORLD) -ພໍ່ແມ່ພີນ້ອງຢູ່ບ້ານເຈື່ອງຮ່ວາ ຕາແສງເຈື່ອງຫຼາກ, ເມືອງໂອມົນ, ນະຄອນເກີນເທີ, ໃຜໆກໍຮູ້ຈັກ ແລະ ນິຍົມນັບຖື 2 ຜົວເມຍລຸງຫງວຽນວັນກວາງ

ປີນີ້ລຸງກວາງມີອາຍຸ 70ປີ, ຄອບຄົວຂອງລາວແມ່ນເປົ້າໝາຍແຮງງານທຸກຍາກ, ແຕ່ພັດຕ້ອງລ້ຽງລູກ 6 ຄົນ ທີ່ເປັນຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ. ປະຈຸບັນ, ຄອບຄົວຂອງລາວໄດ້ຮັບການເລືອກເຟັ້ນຈາກສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນ ເກີນເທີວ່າ ແມ່ນໜຶ່ງໃນສອງຄອບຄົວສະມາຊິກທີ່ດີເດັ່ນໄດ້ຮັບການສະເໜີຍ້ອງຍໍຊົມເຊີຍໃນທົ່ວປະເທດ. 

ສອງຜົວເມຍລຸງຫງວຽນວັນກວາງ

    ລຸງຫງວຽນວັນກວາງໄດ້ພາເມຍອອກຈາກດິນແດນແຫ່ງບ້ານເກີດເພື່ອທຳມາຫາກິນຫາເງິນລ້ຽງຊີບຢູ່ໂລກນິງ ໝາຍເຖິງແຂວງບີງເຟືອກໃນປະຈຸບັນ ເພື່ອເປັນກຳມະກອນຢ່າງພາລາ, ແລ້ວກໍຖືກຕິດທາດພິດສີສົ້ມດີໂອຊິນຢູ່ປ່າພາກຕາເວັນອອກໂດຍບໍ່ຮູ້ຈັກຕົນຖືກຕິດທາດພິດເລີຍ. ແຕ່ລະມື້, ລຸງກວາງໄປເຮັດຮັບຈ້າງຫຼືຊື້ຂາຍຜະລິດຕະພັນກະເສດຢູ່ຕະຫຼາດ, ເມຍຂອງລຸງ ກໍໄປເກັບຊື້ສິ່ງເສດເຫຼືອເພື່ອຫາເງິນໃຫ້ຄອບຄົວຕື່ມອີກ.       ການດຳລົງຊີວິດຂອງສອງຜົວເມຍລຸງກວາງແມ່ນທຸກຍາກແຕ່ມີຄວາມອົບອຸ່ນ.      ຈົນຮອດມື້ໜຶ່ງ, ສອງຜົວເມຍລຸງ ກວາງໄດ້ພົບເຫັນພວກລູກຂອງພວກເຂົາ ພໍແຕ່ຮອດອາຍຸ 5 ປີ ຕ່າງກໍເຈັບເປັນຢ່າງຕໍ່ເນື່ອງ, ແຂນຂາລີບໄປ, ຮ່າງກາຍໄດ້ຫົດເຂົ້າຄືຄົນບໍ່ສົມປະກອບ. ຄວາມເຈັບປວດໂສກເສົ້າໄດ້ວຽນມາສູ່ກັບຄອບຄົວຂອງລຸງກວາງ ຂະນະທີ່ບໍ່ເຂົ້າໃຈວ່າ ມີເລື່ອງຫຍັງເກີດຂຶ້ນໃນຮ່າງກາຍຂອງພວກລູກ ແລະ ພວກທ່ານໝໍກໍບໍ່ສາມາດປິ່ນປົວໄດ້. ລຸງຫງວຽນວັນກວາງແບ່ງປັນວ່າ : 

    “ ຄາວຍັງນ້ອຍລູກຄົນໃດ ກໍເປັນປົກກະຕິ ແລະ ສວຍງາມ. ແຕ່ບັງເອີນ ພໍແດ່ຮອດອາຍຸ 5 ປີ ກໍເລີ່ມເກີດບັນຫາເລີຍ. ຄາວນັ້ນ, ຖ້າຫາກຮູ້ຈັກຈະເປັນຄືໃນປະຈຸບັນ, ເຮົາຈະເອົາລູກຄົນດຽວເທົ່ານັ້ນ. ຄິດວ່າ ລູກຄົນນີ້ຖືກເຈັບເປັນ, ເຮົາກໍອາໄສລູກຄົນອື່ນ, ແຕ່ສຸດທ້າຍລູກຄົນໃດກໍຖືກຕິດພະຍາດໝົດ.  ”

     ອີຕົນພວກລູກ, ລຸງກວາງໄດ້ປຶກສາກັບເມຍ ຕ້ອງພະຍາຍາມ ເຮັດແນວໃດເພື່ອໃຫ້ລູກໆມີບ່ອນເພິ່ງພາອາໄສເມື່ອເຈັບເປັນແຕ່ລະເທື່ອ. ລຸງໄດ້ອອກແຮງງານຫຼາຍກ່ວາ, ຈາກການປູກພືກຜັກ, ຄ້າຂາຍສິນກະເສດ ຕະຫຼອດຮອດການຮັບໃຊ້ພິທີສູ່ຂໍ, ງານດອງ, ຢູ່ໃສຕ້ອງການແຮງງານ, ລຸງກໍໄປເຮັດ. ລຸງໄດ້ບອກສອນພວກລູກຕ້ອງມີຄວາມມານະອົດທົນ, ຜ່ານຜ່າຊາຕາກຳ, ອອກແຮງງານຕາມຄວາມສາມາດເພື່ອຫາເງິນລ້ຽງຊີບ.

    ປີ 2007, ຈາກການຊ່ວຍເຫຼືອໃນເບື້ອງຕົ້ນຂອງກອງທຶນໜູນຊ່ວຍຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນເກີນເທີ, ລຸງກວາງໄດ້ລະດົມໃຈແກ່ລູກຄົນທີ 5 ແລະ ທີ 6 ຂອງຕົນໄປຮຽນວິຊາຊີບ ສ້ອມແປງໂທລະສັບເພື່ອຫາເລິນລ້ຽງຊີບດ້ວຍຕົນເອງ. ພວກລູກຂອງລຸງກວາງຍ່າງດ້ວຍຂາລີບ ແຕ່ມີມານະຈິດອັນໃຫຍ່ຫຼວງສ້າງຊີວິດໃຫ້ຕົນເອງ. ລຸງຫງວຽນວັນກວາງ ໃຫ້ຮູ້ວ່າ :

    “ ການດຳລົງຊີວິດປະສົບກັບຄວາມຫຍຸ້ງຍາກ, ແຕ່ມີຄວາມໝັ້ນທ່ຽງຢູ່ບ່ອນວ່າ ມີຄວາມຮັກລະຫວ່າງພໍ່ກັບລູກ, ຜົວກັບເມຍ. ໃນຄອບຄົວ ບໍ່ເກີດເລື່ອງຜິດກັນຈັກເທື່ອ. ຂ້າພະເຈົ້າພະຍາຍາມບອກສອນລູກເຕົ້າ ແລະ ເປັນແບບຢ່າງໃຫ້ພວກລູກເຮັດຕາມ  ”

      ປະຈຸບັນ, ລູກທັງ 6 ຄົນຂອງລຸງໄດ້ສ້າງຄອບຄົວໝົດແລ້ວ, ແຕ່ຄວາມເຈັບປວດທາດພິດສີສົ້ມຍັງຄົງຄຸກຄາມຢູ່ ຍ້ອນໂລກພະຍາດພວມທຳລາຍຮ່າງກາຍຂອງທັງພວກຫຼານຂອງລຸງກວາງ. ຄອບຄົວຂອງລຸງມີຜູ້ຕິດທາດພິດສີສົ້ມດີໂອຊິນລວມທັງໝົດ 8 ຄົນ, ໃນນັ້ນມີລູກ 6 ຄົນ ແລະ ຫຼານ 2 ຄົນ.

     ທ່ານນາງ ເຈີນທິລຽນກຽວ, ປະທານສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນເກີນເທີໃຫ້ຮູ້ວ່າ : 

    “ຄອບຄົວລຸງກວາງແມ່ນຄອບຄົວລວມມີ 3 ລຸ່ນຄົນຖືກຕິດທາດພິດສີສົ້ມດີໂອຊິນ. ເວລາຄອບຄົວຂອງລຸງປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ກໍມີສັງຄົມ, ມີ ສະມາຄົມຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນນະຄອນໜູນຊ່ວຍ. ແຕ່ລຸງເອງ ໄດ້ມີແຜນການ, ມີການຄິດໄລ່ເພື່ອແນະນຳໃຫ້ລູກທຸກຄົນສ້າງອາຊີບໃຫ້ຕົນເອງ ເພື່ອບືນຕົວຂຶ້ນ ຜ່ານຜ່າຊາຕາກຳທີ່ອາພັບ, ຫຼຸດຜ່ອນການແບກຫາບຂອງສັງຄົມ. ນີ້ແມ່ນແບບຢ່າງ ບືນຕົວຂຶ້ນ ຜ່ານຜ່າຄວາມຫຍຸ້ງຍາກຢ່າງປະຕິຫານ”

    ເມື່ອໄດ້ພົບປະຕົວຈິງກັບບັນດາຄອບຄົວຜູ້ຮັບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຢູ່ຫວຽດນາມ, ໃຜໆກໍເຫັນວ່າ ເຂົາເຈົ້າແມ່ນຄົນພິການ, ຖືກເສຍປຽບໃນການດຳລົງຊີວິດຍ້ອນຜົນຮ້າຍຢ່ອນຫຼັງຈາກສົງຄາມປະໄວ້ໃຫ້. ເລື່ອງລາວຜ່ານຜ່າຄວາມຫຍຸ້ງຍາກເພື່ອເຊື່ອມຕົວເຂົ້າກັບສັງຄົມຢ່າງສຳເລັດຜົນຂອງຄອບຄົວ ລຸງຫງວຽນວັນກວາງ ໄດ້ກາຍເປັນແບບຢ່າງຊຶ່ງໄດ້ຮັບຄວາມນິຍົມນັບຖືຈາກສັງຄົມ.
TAG
VOV/VOVworld/ທາດ​ພິດ​ສີ​ສົ້ມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ