(VOVWORLD) - ຢູ່ແຂວງເຮົ້າຢາງຂຶ້ນກັບເຂດທົ່ງພຽງແມ່ນ້ຳຂອງມີຊາວກະສິກອນຄົນໜຶ່ງໂດຍພໍ່ແມ່ປະຊາຊົນເຂດໃກ້ຄຽງຮູ້ຈັກເຖິງດ້ວຍຊື່ທີ່ວ່າຈີນແອັມ. ລຸງແມ່ນແບບຢ່າງທີ່ດີກ່ຽວກັບຊາວກະສິກອນຄົນໜຶ່ງທີ່ບືນຕົວຂຶ້ນສ້າງຄວາມຮັ່ງມີຈາກດິນແດນບ້ານເກີດເມືອງນອນຂອງຕົນ.
ລຸງ ຈິນແອັມ |
ທ່າມກາງເຂດທົ່ງນາທີ່ມີຫຼາຍລະດູການບໍ່ໄດ້ຮັບຜົນດີ, ມີຊາວກະສິກອນຄົນໜຶ່ງບໍ່ຮູ້ອິດບໍ່ຮູ້ເມື່ອຍ ແລະ ຕັດສິນໃຈບືນຕົວຂຶ້ນສ້າງຄວາມຮັ່ງມີ. ນັ້ນແມ່ນລຸງ ຫວໍວັນແອັມ ຫຼືຍັງໄດ້ມີຊື່ວ່າ ຈີນແອັມ ເຊິ່ງແມ່ນຜູ້ຄົນທີ່ກ້າຫານປະລະຕົ້ນເຂົ້າເພື່ອປູກຖົ່ວລຽນ, ເຊິ່ງແມ່ນຕົ້ນໄມ້ກິນໝາກທີ່ປູກຍາກ, ເລືອກດິນ, ເລືອກຄົນປູກ ແຕ່ນຳມາເຊິ່ງໂອກາດທີ່ດີມາໃຫ້ຜູ້ໃດທີ່ກ້າຄິດກ້າທຳ ແລະ ບໍ່ທໍ້ຕໍ່ອາຊີບ.
ກ່ອນນີ້ປະມານ 10 ປີ, ເວລານັ້ນການປູກຕົ້ນເຂົ້າບໍ່ໄດ້ຮັບຜົນດີ ດັ່ງນັ້ນ ຂ້າພະເຈົ້າປ່ຽນມາເປັນການປູກຕົ້ນຖົ່ວລຽນ. ປູກແບບທຳມະດາ ແຕ່ຕ້ອງດຸໝັ່ນບົວລະບັດໜ້ອຍໜຶ່ງ. ຕ້ອງໃຊ້ເຫື່ອແຮງບົວລະບັດໜັກ. ໃນເບື້ອງຕົ້ນປູກປະມານ 500 – 600 ຕົ້ນ.
ແຕ່ການປູກຕົ້ນຖົ່ວລຽນ ນັບຮ້ອຍຕົ້ນໃນເບື້ອງຕົ້ນ, ມາຮອດປັດຈຸບັນຄອບຄົວຂອງລຸງ ຈິນແອັມ ພວມມີສວນດ້ວຍເນື້ອທີ່ 4 ເຮັກຕາທີ່ປູກຕົ້ນຖົ່ວລຽນກ່ວາ 10.000 ຕົ້ນ, ໃນນັ້ນມີເກືອບ 2.000 ຕົ້ນໃຫ້ໝາກເປັນປົກກະຕິ. ລະດູການເກັບກ່ຽວປີ 2024, ຄອບຄົວລຸງເກັບກ່ຽວໝາກຖົ່ວລຽນ ໄດ້ 160 ໂຕນ, ຄາດວ່າປີນີ້ຈະເພີ່ມຂຶ້ນເປັນ 200 ໂຕນ ເຊິ່ງແມ່ນຕົວເລກທີ່ເຮັດໃຫ້ຫຼາຍຄົນຮູ້ສຶກເຄົາລົບ. ລຸງ ຈິນ ໃຫ້ຮູ້ວ່າ:
ປັດຈຸບັນລາຄາບໍ່ເປັນປົກກະຕິ, ແຕ່ພາຍຫຼັງປູກຕົ້ນຖົ່ວລຽນ ໄດ້ 5 – 7 ປີ, ກໍ່ບໍ່ສາມາດທີ່ຈະປະມັນໄປຢ່າງງ່າຍດາຍໄດ້. ທຸກສິ່ງທຸກຢ່າງຕ້ອງມີຄວາມອົດທົນ, ຂ້າພະເຈົ້າປູກຖົ່ວລຽນສອງຊະນິດ ແມ່ນຖົ່ວລຽນ ຣີ ແລະ ຖົ່ວລຽນ ໝອນທອງ.
ຄວາມອົດທົນບໍ່ພຽງແຕ່ນຳມາເຊິ່ງເງິນເປັນຈຳນວນຫຼາຍໃຫ້ແກ່ຄອບຄົວລຸງ ຈີນແອັມ ເທົ່ານັ້ນ ຫາກຍັງແຜ່ກະຈາຍຈິດໃຈກ້າຄິດກ້າທຳ ແລະ ຮ່ຳຮຽນໃຫ້ທົ່ວສັງຄົມ. ລູກໆຂອງລຸງຈີນ ໃນເມື່ອກ່ອນເປັນຄົນບໍ່ຢາກເຮັດກະສິກຳ ແຕ່ປັດຈຸບັນກໍ່ກັບມາບ້ານ, ພ້ອມກັບພໍ່ຂອງຕົນເປີດກວ້າງຮູບແບບການຜະລິດກະສິກຳແບບຍືນຍົງ.
ນອກຈາກການປູກຕົ້ນຖົ່ວລຽນຢ່າງມີປະສິດທິຜົນ, ລຸງ ຈິນແອັມ ພ້ອມກັບຄອບຄົວຍັງປູກຕົ້ນໝາກມີ້. ຜະລິດຕະພັນສຳຮອງໝາກມີ້ນີ້ ໃຊ້ເປັນອາຫານໃຫ້ປາ, ໝັກເປັນປຸ໋ຍອົງຄະທາດໃສ່ຕົ້ນໄມ້ກິນໝາກ ແລະ ລ້ຽງແບ້. ອ້າຍ ຫວໍຈຸງຕິ່ງ, ລູກຊາຍຂອງລຸງ ແບ່ງປັນກ່ຽວກັບການກຳນົດທິດພັດທະນາຂອງຄອບຄົວ ແລະ ບັນດາຄວາມກັງວົນເມື່ອຕິດພັນກັບກະສິກຳວ່າ:
ຄອບຄົວພະຍາຍາມຍິ່ງເປີດກວ້າງເນື້ອທີ່ປູກ ແລະ ສະມັດຕະພາບກໍ່ຈະດີກວ່າ ແລະ ຄຸນນະພາບຈະສູງກວ່າຂຶ້ນໃນແຕ່ລະປີ. ກ່ອນນີ້ຍັງນ້ອຍ ກໍ່ບໍ່ໄດ້ຄິດເຖິງເລື່ອງນີ້ເລີຍ. ປັດຈຸບັນ, ເບິ່ງຄືວ່າມີບຸນວາດສະໜາ, ບັນດາອ້າຍເອື້ອຍນ້ອງພັດພາກັນເຮັດກະສິກຳໝົດ. ເຫັນວ່າຄວາມສາມາດບົ່ມຊ້ອນຂອງກະສິກຳໃນອະນາຄົດຈະດີກ່ວາ.
ຈາກເມັດເບ້ຍທີ່ນ້ອຍໆ, ດ້ວຍຄວາມຕັດສິນໃຈຢ່າງບໍ່ຢຸດຢັ້ງ, ລຸງ ຫວໍວັນແອັມ ໄດ້ເຫັນດິນກາຍເປັນທອງຄຳ, ຫັນສວນຕົ້ນໄມ້ກາຍເປັນເລື່ອງລາວທີ່ສ້າງແຫຼ່ງບັນດານໃຈ. ບໍ່ພຽງແຕ່ຖົ່ວລຽນ, ລຸງ ຈິນແອັມ ຍັງປູກຄວາມຫວັງ, ປູກຄວາມໄວ້ເນື້ອເຊື່ອໃຈຕໍ່ລຸ້ນຄົນທີ່ເຮັດກະສິກຳແບບອັດສະລິຍະ, ມີຫົວຄິດປະດິດສ້າງ ແລະ ຍືນຍົງ.
ດ້ວຍຄວາມມານະພະຍາຍາມຂອງຕົນ, ລຸງໄດ້ຮັບການເລືອກເປັນ ຊາວກະສິກອນທຳການຜະລິດດຳເນີນທຸລະກິດເກັ່ງ ຂັ້ນແຂວງ ເປັນສາມຄັ້ງ, ໂດຍຄະນະກຳມະການປະຊາຊົນແຂວງເຮົ້າຢາງ ມອບໃບຍ້ອງຍໍ. ປີ 2023, ນາຍົກລັດຖະມົນຕີມອບໃບຍ້ອງຍໍ “ໄດ້ມີຜົນງານດີເດັ່ນໃນຂະບວນການຊາວກະສິກອນທຳການຜະລິດຳເນີນທຸລິກິດເກັ່ງ, ປະກອບສ່ວນເຂົ້າໃນພາລະກິດສ້າງສັງຄົມນົຍິມ ແລະ ປົກປັກຮັກສາປະເທດຊາດ” ໃຫ້ລຸງ. ເລື່ອງລາວຂອງລຸງ ຈິນແອັມ ບໍ່ພຽງແຕ່ແມ່ນວິວັດການສ້າງຄວາມຮັ່ງມີດ້ວຍການປູກຕົ້ນຖົ່ວລຽນເທົ່ານັ້ນ, ຫາກຍັງແມ່ນສິ່ງພິສູດໃຫ້ແກ່ຄວາມລຽບງ່າຍແຕ່ເລິກເຊິ່ງທີ່ວ່າ: ເມື່ອຊາວກະສິກອນມີຄວາມມຸ່ງຫວັງ, ມີພູມປັນຍາ ແລະ ບໍ່ມີຄວາມກັງວົນຕໍ່ຄວາມລຳບາກກາກກຳ ແມ່ນດິນຕອນໃດກໍ່ຈະແຕກດອກອອກຜົນ.




