logo

ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ອາ​ຊຽນ 2020: ສາ​ມັກ​ຄີ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ

2020/11/5 | 11:58:48
(VOVWORLD) -ເວທີປາໄສປະຊາຊົນ ອາຊຽນ 2020 (APF 2020) ໂດຍບັນດາອົງການຈັດຕັ້ງປະຊາຊົນ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຂຶ້ນ ໃນລະຫວ່າງວັນທີ 5 – 7 ຢູ່ຮ່າໂນ້ຍ ຜ່ານທາງອອນລາຍ ດ້ວຍຫົວຂໍ້ “ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ສາມັກຄີ ເພື່ອປະຊາຊົນກວມລວມ, ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. 

ວາລະໄຂຖືກດຳເນີນໃນຕອນເຊົ້າວັນທີ 5 ພະຈິກ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 250 ທ່ານ ເຊິ່ງເປັນຜູ້ຕາງໜ້າບັນດາອົງການຈັດຕັ້ງປະຊາຊົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ຂອງ ຫວຽດນາມ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດທີ່ພວມເຄື່ອນໄຫວຢູ່ຫວຽດນາມ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງປະຊາຊົນ, ອົງການບໍ່ຂຶ້ນກັບລັດຖະບານ ຢູ່ 10 ປະເທດ ອາຊຽນ ກວ່າ 800 ທ່ານ. 

ທ່ານ ຟານແອັງເຊີນ  ຮອງປະທານຜູ້ປະຈຳການ ທັງເປັນ ເລຂາທິການໃຫຍ່ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ APF 2020 (ພາບ: VOV5)

ທ່ານ ຟານແອັງເຊີນ, ຮອງປະທານຜູ້ປະຈຳການ ທັງເປັນ ເລຂາທິການໃຫຍ່ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ APF 2020 ໃຫ້ຮູ້ວ່າ:

        “ເປົ້າໝາຍຕົ້ນຕໍຂອງ APF ແມ່ນເພີ່ມທະວີຄວາມສາມັກຄີ, ການຮ່ວມມືລະຫວ່າງ ປະຊາຊົນບັນດາປະເທດ ອາຊຽນ ເພື່ອ ປະຊາຄົມ ອາຊຽນ ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາ. ນອກຈາກນັ້ນ, ເວທີປາໄສຄັ້ງນີ້ ຍັງໄດ້ປຶກສາຫາລືກ່ຽວກັບການສົມທົບລະຫວ່າງ ບັນດາອົງການຈັດຕັ້ງປະຊາຊົນຂອງບັນດາປະເທດ ອາຊຽນ, ພິເສດແມ່ນການສົມທົບກັບລັດຖະບານບັນດາປະເທດ ເພື່ອຮັບມືກັບໂລກລະບາດ ແລະ ຟື້ນຟູເສດຖະກິດ. ການຮັບມື ແລະ ຟື້ນຟູພາຍຫຼັງໂລກລະບາດບໍ່ພຽງແຕ່ແມ່ນໜ້າທີ່ຂອງລັດຖະບານບັນດາປະເທດເທົ່ານັ້ນ ຫາກຍັງມີການປະກອບສ່ວນຢ່າງຫຼວງຫຼາຍຈາກປະຊາຊົນ ແລະ ບັນດາອົງການຈັດຕັ້ງປະຊາຊົນ ອາຊຽນ ອີກດ້ວຍ.”

        ທີ່ APF 2020, ຜູ້ແທນບັນດາປະເທດ ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາຫົວຂໍ້: “ສັນຕິພາບ - ຄວາມໝັ້ນຄົງ; ສິດທິມະນຸດ; ການປ່ຽນແປງໃໝ່, ເຕັກໂນໂລຢີໃໝ່ ແລະ ສິດດີຈີຕອນ;…


TAG
VOV/VOVworld/ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ/ອາ​ຊຽນ/APF

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ