logo

ເວ​ເນ​ຊູ​ເອ​ລາ ແລະ ອາ​ເມ​ລິ​ກາ ເລີ່ມ​ການ​ເຈ​ລະ​ຈາ​ເພື່ອ​ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ

2026/1/10 | 07:32:51
(VOVWORLD) -   ວັນທີ 9 ມັງກອນ, ລັດຖະບານ ເວເນຊູເອລາ ກຳນົດວ່າໄດ້ເລີ່ມບັນດາການເຈລະຈາກັບ ອາເມລິກາ ເພື່ອແນໃສ່ກ້າວໄປເຖິງການຟື້ນຟູການພົວພັນທາງການທູດທີ່ຖືກຕັດແຍກນັບແຕ່ປີ 2019.
ທ່ານ Yvan Gil, ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ,(ພາບ: Venezuela's Foreign Ministry/Handout via REUTERS)

      ຕາມທ່ານ Yvan Gil, ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ, ລັດຖະບານຂອງທ່ານປະທານາທິບໍດີຊົ່ວຄາວ ນາງ Delcy Rodríguez ໄດ້ຕົກລົງເລີ່ມວິວັດການທາງການທູດສຳຫຼວດກັບ ວໍຊິງຕັນ, ມຸ່ງໄປເຖິງການສ້າງຄະນະຜູ້ແທນທາງການທູດຢູ່ແຕ່ລະປະເທດຄືນໃໝ່. ໃນວັນດຽວກັນ, ເຈົ້າໜ້າທີ່ ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ: ບັນດານັກການທູດຂັ້ນສູງຂອງ ອາເມລິກາ, ໃນນັ້ນ ມີທ່ານ John McNamara, ນັກການທູດອັນດັບໜຶ່ງຂອງ ອາເມລິກາ ຢູ່ ໂກລົມບີ ໄດ້ມາຮອດນະຄອນຫຼວງ ກາຣາກາສ ຂອງ ເວເນຊູເອລາ ເພື່ອຕີລາຄາໃນເບື້ອງຕົ້ນ ຄວາມສາມາດຟື້ນຟູການເຄື່ອນໄຫວຂອງສະຖານທູດ ອາເມລິກາ ຕາມແຕ່ລະໄລຍະ. ຝ່າຍ ເວເນຊູເອລາ ກໍ່ໄດ້ປະກາດຈະສົ່ງຄະນະຜູ້ແທນໄປຍັງ ວໍຊິງຕັນ ເພື່ອຕອບຄືນການກະທຳນີ້.

  ຄຳປະກາດຂອງ ກາຣາກາສ ໄດ້ຍົກອອກມາພຽງ 2, 3 ວັນ, ພາຍຫຼັງເວລາທີ່ ອາເມລິກາ ດຳເນີນບັ້ນຮົບການທະຫານເມື່ອວັນທີ 3 ມັງກອນ ຊື່ງພາໄປເຖິງການຈັບຕົວປະທານາທິບໍດີ Nicolas Maduro.

TAG
VOV/VOVworld/ທ່ານ Yvan Gil/ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ