logo

ເສີມ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ​ຂ​ອງວົງ​ການ​ນັກ​ວິ​ສະ​ວະ​ກອນ ອາ​ຊຽນ ໃນ​ການກ​ໍ່​ສ້າງ​ປະ​ຊາ​ຄົມ​ຍືນ​ຍົງ

2020/11/25 | 11:00:44
(VOVWORLD) - ກອງປະຊຸມສະຫະພັນບັນດາອົງການວິສະວະກອນ ອາຊຽນ - CAFEO 38 ດ້ວຍຫົວຂໍ້ “ເສີມຂະຫຍາຍຂໍ້ລິເລີ່ມ ແລະ ການກະທຳຂອງ ສະຫະພັນນັກວິສະວະກອນ ອາຊຽນ ໃນການສ້າງປະຊາຄົມ ອາຊຽນ ຍືນຍົງ ແລະ ວັດທະນາຖາວອນ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 25 ພະຈິກ ຢູ່ຮ່າໂນ້ຍ.
ນັກວິສະວະກອນ ມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງ ອາຊຽນ (ພາບ: VGP) 

ກອງປະຊຸມແນໃສ່ປັບປຸງບົດບາດແກ່ນສານຂອງບັນດານັກວິສະວະກອນ ອາຊຽນ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ; ລິເລີ່ມບັນດາໂຄງການຮ່ວມມືດ້ານເຕັກນິກທີ່ມີຄຸນນະພາບສູງ, ຊຸກຍູ້ການນຳໃຊ້ເຕັກໂນໂລຢີ, ເຕັກນິກດີຈີຕອນ ເພື່ອສ້າງປະຊາຄົມ ອາຊຽນ ໃຫ້ມີການເຊື່ອມຕໍ່ຢ່າງຍຸຕິທຳ ແລະ ວັດທະນາຖາວອນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຢັ້ງຢືນບົດບາດສຳຄັນຂອງນັກວິສະວະກອນ, ນັກເຕັກນິກລຸ້ນຕ່າງໆໃນ ອາຊຽນ ວ່າ:

“ປີ 2015 ເມື່ອປະຊາຄົມຂອງພວກເຮົາໄດ້ຮັບການສ້າງຕັ້ງ, ພາກພື້ນຂອງພວກເຮົາໄດ້ກ້າວໄປສູ່ສະພາບການໃໝ່. ອາຊຽນ ສືບຕໍ່ໄດ້ຮັບຄວາມຫວັງວ່າ ແມ່ນພາກພື້ນທີ່ເຕັມໄປດ້ວຍພະລັງຊີວິດ, ມີກຳລັງໜູນພັດທະນາກ່ຽວກັບເສດຖະກິດ ເພື່ອຊຸກຍູ້ການຈໍລະຈອນສິນຄ້າ, ການບໍລິການ, ຊັບພະຍາກອນມະນຸດ, ເງິນລົງທຶນ, ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກນັບທັງລະຫວ່າງພາກພື້ນ ກັບ ໂລກອີກດ້ວຍ. ຫົວຂໍ້ຂອງກອງປະຊຸມນີ້ ໄດ້ສະແດງໃຫ້ເຫັນຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງວົງການນັກວິສະວະກອນ ອາຊຽນ ໄດ້ຢ່າງເລິກເຊິ່ງ”.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຢັ້ງຢືນສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກວິສະວະກອນ ຫວຽດນາມ ແລະ ອາຊຽນ ສືບຕໍ່ພັດທະນາ ເພື່ອເຂົ້າຮ່ວມໃນບັນດາໂຄງການຮ່ວມມື, ຂໍ້ລິເລີ່ມຕ່າງໆ ຂອງສະຫະພັນນັກວິສະວະກອນ ອາຊຽນ, ຂອງແຕ່ລະປະເທດ ເພື່ອພາກພື້ນ ອາຊຽນ ສັນຕິພາບ, ຮ່ວມມື ແລະ ວັດທະນາຖາວອນ.

 

TAG
VOV/VOVworld/ວິ​ສະ​ວະ​ກອນ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ