logo

ເອກ​ອັກ​ຄະ​ລັດ​ຖະ​ທູດ Julien Guerrier: EU ຢາກ​ປັບ​ປຸງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ ຫວຽດ​ນາມ

2026/1/27 | 12:49:55
(VOVWORLD) - ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຂອງທ່ານ António Costa, ປະທານສະພາເອີຣົບ  ໃນລະຫວ່າງວັນທີ 28 – 29 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານ Julien Guerrier ເອກອັກຄະລັດຖະທູດ ເອີຣົບ ປະຈຳ ຫວຽດນາມ  ເນັ້ນໜັກວ່າ ການຢ້ຽມຢາມແມ່ນສານສົ່ງເຖິງໂລກວ່າ ອີຢູ ຢາກປັບປຸງການພົວພັນຄູ່ຮ່ວມມືກັບ ຫວຽດນາມ.
  ທ່ານເອກອັກຄະລັດຖະທູດ Julien Guerrier (ພາບ: TTXVN)

        ທ່ານເອກອັກຄະລັດຖະທູດ Julien Guerrier ໃຫ້ຮູ້ວ່າ ຫວຽດນາມ ແລະ ອີຢູ ມີເຈດຈຳນົງຢາກຍົກລະດັບສາຍພົວພັນຄູ່ຮ່ວມມືສອງຝ່າຍເພື່ອເປີດ “ສັກກະລາດໃໝ່” ໃນສາຍພົວພັນສອງຝ່າຍ ເພື່ອແນໃສ່ສະແດງໃຫ້ເຫັນການເພີ່ມທະວີການຮ່ວມມື, ຢັ້ງຢືນທີ່ຕັ້ງນຳໜ້າ, ເປັນແບບຢ່າງຂອງສາຍພົວພັນນີ້. ອີຢູ ແລະ ຫວຽດນາມ ຢາກປັບປຸງ 3 ເສົາຄ້ຳຮ່ວມມືທີ່ພວມມີໃນປັດຈຸບັນຢ່າງແຂງແຮງ ເຊັ່ນ: ການຄ້າ, ການຫັນເປັນສີຂຽວ ແລະ ສັນຕິພາບ, ໝັ້ນຄົງ. ຫວຽດນາມ - ອີຢູ ຢາກເພີ່ມທະວີການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບ, ຄວາມໝັ້ນຄົງໃນການເດີນເຮືອ, ການຄຸ້ມຄອງວິກິດການ ແລະ ຊຸກຍູ້ເຄົາລົບກົດໝາຍສາກົນ, ລວມທັງຢູ່ທະເລຕາເວັນອອກ. ນອກຈາກນັ້ນແລ້ວ, 2 ຝ່າຍກໍຢາກພັດທະນາບັນດາຂົງເຂດໃໝ່, ເຊັ່ນ: ຫັນເປັນດີຈີຕອນ, ນະວັດຕະກຳ, ບັນດາຂົງເຂດເຕັກໂນໂລຢີສູງຄືທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI) ແລະ ຊັບພະຍາກອນທີ່ຈຳເປັນ.

TAG
VOV/VOVworld/ປະ​ທານ​ສະ​ພາ​ເອີ​ຣົບ/ສັກກະລາດໃໝ່/ອີຢູ ມີເຈດຈຳນົງຢາກຍົກລະດັບສາຍພົວພັນຄູ່ຮ່ວມມືສອງຝ່າຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ