logo

ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ

2020/12/15 | 10:32:55
(VOVWORLD) -ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.
ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ  ຊອກຮູ້ໂອກາດລົງທຶນ ຢູ່ ເຂດເສດຖະກິດພິເສດ ສະຫວັນ - ເຊໂນ

ໂດຍມີທີ່ຕັ້ງຍຸດທະສາດຕັ້ງຢູ່ແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ, ມີຄວາມຍາວ 1.450 ກິໂລແມັດ (ຈາກດ່າໜັງ- ຫວຽດນາມ ໄປຜ່ານ ແຂວງສະຫວັນນະເຂດ - ພາກອີສານຂອງ ໄທ ແລະ ສິ້ນສຸດຢູ່ທ່າກ່ຳປັ່ນ Mawlamyine  ຢູ່ ມຽນມາ, ເຊື່ອມຕໍ່ທະເລ Andaman ກັບ ທະເລຕາເວັນອອກ, ເຂດເສດຖະກິດພິເສດ ສະຫວັນ - ໂຊໂນ, ແຂວງ ສະຫວັນນະເຂດ ໄດ້ຮັບຖືວ່າແມ່ນແບບຢ່າງດຶງດູດນັກລົງທຶນຕ່າງປະເທດຂອງລາວ. ພິເສດ, ທ່າບົກ ສະຫວັນນະເຂດ ດ້ວຍລະບົບພື້ນຖານໂຄງລ່າງ,  ພາຫະນະທີ່ທັນສະໄໝ, ໄດ້ຮັບການຄາດຄະເນວ່າ ຈະສວມບົດບາດສຳຄັນ, ກາຍເປັນສູນສົ່ງຕໍ່ ແລະ ສູນບໍລິການ logistic ຫຼາຍຮູບຫຼາຍແບບ ສຳລັບ ປະລິມານສິນຄ້າຫຼວງຫຼາຍໃນອະນາຄົດ, ຍ້ອນມີການເຊື່ອມຕໍ່ກັບລະບົບຄົມມະນາຄົມກັບບັນດາປະເທດ ຫວຽດນາມ, ໄທ, ມຽນມາ ຜ່ານແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ລຽບຕາມເສັ້ນທາງຫຼວງເລກທີ 9.

ເຂດເສດຖະກິດພິເສດ ສະຫວັນ - ເຊໂນ 

ນີ້ຈະແມ່ນໂອກາດທີ່ດີທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດ ອາຊຽນ, ໂດຍສະເພາະແມ່ນ ຫວຽດນາມ ໃນບັນດາຂົງເຂດຜະລິດ, ປຸງແຕ່ງສິນຄ້າສົ່ງອອກ ແລະ ການບໍລິການ logistic.

ນັກຂ່າວ VOV ປະຈຳ ລາວ


TAG
VOV/VOVworld/ເຂດເສດຖະກິດພິເສດ ສະຫວັນ - ເຊໂນ/ໂອ​ກາດ/ລົງ​ທຶນ/ການບໍລິການ logistic

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ