logo

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງ​ເຕິມ: ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ພິ​ເສດ ຫວຽດ​ນາມ - ລາວ

2025/1/7 | 11:39:26
(VOVWORLD) - ການຢ້ຽມຢາມ ລາວ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ແລະ ກໍແມ່ນການນຳຕ່າງປະເທດຜູ້ທຳອິດ ທີ່ລາວ ໃຫ້ຕ້ອນຮັບໃນປີ 2025, ອັນໄດ້ສະແດງໃຫ້ເຫັນສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ  (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ສອນໄຊ ສີພັນດອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ຈະເດີນທາງໄປຢ້ຽມຢາມປະເທດລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ແຕ່ວັນທີ 9 – 10 ມັງກອນ. ຕາມທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລ້ວ, ການຢ້ຽມຢາມ ລາວ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ແລະ ກໍແມ່ນການນຳຕ່າງປະເທດຜູ້ທຳອິດ ທີ່ລາວ ໃຫ້ຕ້ອນຮັບໃນປີ 2025, ອັນໄດ້ສະແດງໃຫ້ເຫັນສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ການຢ້ຽມຢາມຄັ້ງນີ້ ສືບຕໍ່ຢັ້ງຢືນທັດສະນະ, ແຜນນະໂຍບາຍຂອງ ຫວຽດນາມ ນັ້ນແມ່ນ ຖືເປັນສຳຄັນ, ໃຫ້ບຸລິມະສິດແຖວໜ້າໃນການພົວພັນຮ່ວມມືກັບ ລາວ ໃນສະພາບການໃໝ່; ສືບຕໍ່ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.

        ໃນຂອບເຂດກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ສອງຝ່າຍຈະສຸມໃສ່ຕີລາຄາສະພາບການປະຕິບັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ໃນປີ 2024 ໃນທຸກຂົງເຂດ; ແລກປ່ຽນເປັນເອກະພາບກັນກ່ຽວກັບທິດທາງການຮ່ວມມືໃນປີ 2025 ກ່ຽວກັບບັນດາຂົງເຂດໃນການພົວພັນການເມືອງ, ການຕ່າງປະເທດ, ການຮ່ວມມືປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການຮ່ວມມືດ້ານການສຶກສາພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບຳລຸງວິຊາຊີບ, ຮ່ວມມືໃນບັນດາຂົງເຂດອື່ນ ເຊິ່ງສອງຝ່າຍລ້ວນແຕ່ມີຄວາມສົນໃຈ. ພ້ອມດຽວກັນນັ້ນ, ສອງຝ່າຍຈະແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນດາມາດຕະການເພື່ອສ້າງບາດກ້າວບຸກທະລຸຍົກສູງປະສິດທິຜົນໃນການຮ່ວມມື, ໂດຍສະເພາະແມ່ນກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ.

TAG
VOV/VOVworld/ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ/ນາ​ຍົກ​ລັດ​ຖະ​ມົນ​ຕີ/ຢ້ຽມ​ຢາມ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ