logo

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຫງວຽນ​ກວັກ​ຢຸງ ເຂົ້າ​ວາງ​ພວງ​ມາ​ລາ​ໄວ້​ອາ​ໄລ​ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ລາວ ຄຳ​ໄຕ ສີ​ພັນ​ດອນ

2025/4/5 | 08:56:55
(VOVWORLD) - ວັນທີ 04 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ໄດ້ເຂົ້າພວງມາລາໄວ້ອາໄລທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ ແຫ່ງ ສປປ.ລາວ ຄຳໄຕ ສີພັນດອນ, ຢູ່ສະຖານທູດ ລາວ.
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ  ພ້ອມດ້ວຍຄະນະກົ້ມຫົວໄວ້ອາໄລ

ເມື່ອຂຽນປຶ້ມໄວ້ອາໄລ, ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ລາວ ຄຳໄຕ ສີພັນດອນ, ການນຳຜູ້ດີເດັ່ນ, ລູກຮັກຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ຈົງຮັກພັກດີ, ອຸທິດສ່ວນສູ້ຊົນ, ເສຍສະຫຼະເພື່ອຄວາມເປັນເອກະລາດຂອງຊາດ, ເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຢ່າງວັດທະນາຖາວອນຂອງປະເທດລາວ.

       ສ່ວນທ່ານເອກອັກຄະລັດຖະທູດ ລາວ ປະຈຳ ອາເມລິກາ ສີສະວັດ ອິນພະຈັນ ໄດ້ສະແດງຄວາມຂອບໃຈຕໍ່ການກະທຳ ແລະ ນ້ຳໃຈອັນເລິກເຊິ່ງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຕໍ່ການນຳ ຄຳໄຕ ສີພັນດອນ. ພິເສດ, ທ່ານຕີລາຄາສູງຕໍ່ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ນຳພາຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເຂົ້າຮ່ວມພິທີໄວ້ອາໄລຢູ່ນະຄອນຫຼວງ ວຽງຈັນ ແລະ ເລື່ອງ ຫວຽດນາມ ຕັດສິນໃຈໄວ້ທຸກລະດັບຊາດເປັນເວລາ 02 ວັນ ເພື່ອອາໄລຫາທ່ານຄຳໄຕ ສີພັນດອນ. ສິ່ງດັ່ງກ່າວສະແດງໃຫ້ເຫັນນ້ຳໃຈສາມັກຄີແບບພິເສດ, ມີພຽງແຕ່ໜຶ່ງບໍ່ມີສອງລະຫວ່າງສອງພັກ, ສອງຊາດ ລາວ ແລະ ຫວຽດນາມ.

       ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/ໄວ້​ອາ​ໄລ/ຄຳ​ໄຕ ສີ​ພັນ​ດອນ/ໂສກ​ເສົ​້າ​ເສຍ​ດາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ