logo

ເອກອັກຄະລັດຖະທູດ ຫວຽດນາມ ອວຍພອນບຸນປິໃໝ່ລາວ ພສ 2566

2023/4/4 | 11:03:37
(VOVWORLD) - ເຊື່ອໝັ້ນວ່າ ໃນປີນີ້, ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່, ສືບຕໍ່ຮັກສາສະພາບການເສດຖະກິດ - ສັງຄົມ ເປັນປົກກະຕິ, ນຳປະເທດລາວ ກັບຄືນສູ່ທ່າພັດທະນາແບບຍືນຍົງໃນອະນາຄົດໃກ້ໆນີ້.
ທ່ານ ເອກອັກຄະລັດຖະທູດ ຫງວຽນບ໋າຮູ່ງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ
(ພາບ:ນັກຂ່າວສຳນັກຂ່າວສານ ຫວຽດນາມ)

ຕອນເຊົ້າວັນທີ 4 ເມສາ, ທ່ານ ຫງວຽນບ໋າຮູ່ງ, ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ໄປສຳນັກງານກະຊວງການຕ່າງປະເທດ ລາວ ຢູ່ນະຄອນຫຼວງ ວຽງຈັນ ເພື່ອອວຍພອນບຸນປີໃໝ່ ລາວ ພສ 2566. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮູ່ງ ເນັ້ນໜັກວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນຕໍ່ບັນດາການຫັນປ່ຽນຢ່າງຕັ້ງໜ້າຢູ່  ລາວ ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າ ໃນປີນີ້, ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່, ສືບຕໍ່ຮັກສາສະພາບການເສດຖະກິດ - ສັງຄົມ ເປັນປົກກະຕິ, ນຳປະເທດລາວ ກັບຄືນສູ່ທ່າພັດທະນາແບບຍືນຍົງໃນອະນາຄົດໃກ້ໆນີ້.

        ສ່ວນທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ຂໍສະແດງຄວາມຂອບອົບຂອບໃຈຕໍ່ການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຊ່ວຍເຫຼືອ ພັກ, ລັດ ແລະ ປະຊາຊົນລາວ ໃນທຸກດ້ານ, ພິເສດແມ່ນໃນໄລຍະທີ່ປະເທດ ລາວ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານເສດຖະກິດ; ຢັ້ງຢືນອີກເທື່ອໜຶ່ງວ່າ: ສິ່ງນີ້ໄດ້ສະແດງໃຫ້ເຫັນການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

TAG
VOV/VOVworld/ຊ່ວຍເຫຼືອ ພັກ/ບຸ​ນ​ປີ​ໃໝ່/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ