(VOVWORLD) -ປີນີ້ວັນບຸນໄຫວ້ພະຈັນວັນເພງເດືອນ 8 ກົງກັບວັນທີ 9 ກັນຍາ ຄສ 2022. ພາຍຫຼັງຖືກຕັດຕອນເປັນເວລາ 2 ປີຍ້ອນໂລກລະບາດໂຄວິດ - 19, ງານບຸນແທັງຕວຽນ - ງານບຸນປະຈຳປີຂອງແຂວງຕວຽນກວາງຖືກຈັດຂຶ້ນໃນໂອກາດວັນບຸນໄຫວ້ພະຈັນ ໄດ້ຖືກແຂວງຕວຽນກວາງ ຈັດຕັ້ງຂຶ້ນໃໝ່
ງານບຸນແທັງຕວຽນປີ 2022 ລວມມີບັນດາການເຄື່ອນໄຫວທີ່ເປັນເອກະລັກ ຊຶ່ງໄດ້ດຳເນີນໃນຕະຫຼອດເດືອນກັນຍາ ປີ 2022 ໄດ້ກາຍເປັນຈຸດທີ່ພົ້ນເດັ່ນດຶງດູດແຂກທ່ອງທ່ຽວນັບໝຶ່ນຄົນໃນທົ່ວປະເທດ
![]() |
| ບັນດາຮູບແບບຖືກປະດິດຄິດສ້າງ ແລະ ຝາກຝັງຄວາມຄາດຫວັງຂອງປະຊາຊົນ |
![]() |
| ຈຸດສຸມຂອງງານບຸນແທັງຕວຽນປີນີ້ ແມ່ນຄ່ຳຄືນງານບຸນແທັງຕວຽນ ດ້ວຍຫົວຂໍ້ “ສີສັນງານບຸນແທັງຕວຽນ” ດ້ວຍງານບຸນ ໂຄມໄຟທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ ເຊິ່ງລວມມີ ຮູບແບບ ໂຄມໄຟບຸນໄຫວ້ພະຈັນ 62 ຮູບແບບຂະໜາດໃຫຍ່ ມີຮູບສັດທີ່ສັກສິດຫຼາຍປະເພດ ຄື ມັງກອນ, ນົກອິນຊີ, ປາໄນທີ່ຍັກໃຫຍ່ |
![]() |
| ຮູບແບບໂຄມໄຟວັນບຸນໄຫວ້ພະຈັນທີ່ຍັກໃຫຍ່ |
![]() |
| ບັນດາຮູບແບບໂຄມໄຟນີ້ ໄດ້ຖືກສ້າງຂຶ້ນຍ້ອນສີມືອັນຄ່ອງແຄ້ວ ແລະ ນ້ຳໃຈຄວາມຮັກທີ່ມີຕໍ່ເດັກຂອງປະຊາຊົນໃນແຂວງ ແລະ ບັນດາທ້ອງຖິ່ນຢູ່ຕ່າງປະເທດ ທີ່ມີການພົວພັນຮ່ວມມືກັບ ຫວຽດນາມ ຄື ສ.ເກົາຫຼີ, ຍີ່ປຸ່ນ, ລາວ, ໄທ... |
![]() |
| ຮູບແບບການສະແດງໃນຄ່ຳຄືນງານບຸນ |
![]() |
| ຄ່ຳຄືນງານບຸນແທັງຕວຽນ ດ້ວຍ ສີສັນງາມຕາ. |
![]() |
| ພວກນ້ອງເຍົາວະຊົນ ພ້ອມກັບຮູບແບບໂຄມໄຟບຸນໄຫວ້ພະຈັນ |
![]() |
| ງານບຸນໄຫວ້ພະຈັນຕວຽນກວາງ ໄດ້ກາຍເປັນວັນມ່ວນຊື່ນຂອງທຸກໆຄົນ |
![]() |
| ຢູ່ຖະໜົນຍ່າງອ້ອມໜອງເຕິນກວາງ ໃນນະຄອນຕວຽນກວາງ ໄດ້ຈັດໃຫ້ມີບັນດາກິດຈະກຳທີ່ຟົດຟື້ນມ່ວນຊື່ນ |
![]() |
| ບັນດາເກມຫຼິ້ນພື້ນເມືອງຖືກຈັດຂຶ້ນຢູ່ຕາມຖະໜົນຍ່າງອ້ອມໜອງເຕິນກວາງໃນນະຄອນຕວຽນກວາງ |
![]() |
| ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ດື່ມເຫຼົ້າ ສາລີ ເຊິ່ງແມ່ນສິ່ນພິເສດຂອງເມືອງເລິມບິ່ງແຂວງ ຕວຽນກວາງ |
![]() |
| ເມືອງ ເລິມບິ່ງ ໃນແຂວງຕວຽນກວາງ ໄດ້ເຂົ້າຮ່ວມດ້ວຍສິນພິເສດຫຼາຍຢ່າງ. |
ງານບຸນແທັງຕວຽນແມ່ນງານບຸນປະຈຳປີຂອງແຂວງຕວຽນກວາງໄດ້ຈັດຂຶ້ນໃນໂອກາດວັນບຸນໄຫວ້ພະຈັນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນ ຕວຽນກວາງ ແນະນຳ ກັບເພື່ອນມິດແຂກທັງຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບພາບພົດປະຊາຊົນ ແລະ ບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນເອກະລັກ ກ່ຽວກັບປະຫວັດສາດວັດທະນະທຳຂອງແຂວງຕວຽນກວາງ.




