logo

ເອ​ຢິບ​ເຊື່ອມ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວໜູນ​ຊ່ວຍ​ຢູ່​ເຂດ​ກາ​ຊາ

2026/1/5 | 09:27:07
(VOVWORLD) - ເອຢິບ ແມ່ນປະເທດສວມບົດບາດຫຼັກແຫຼ່ງໃນຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໃຫ້ແກ່ເຂດກາຊາໃນເວລາກ່ວາ 2 ປີຜ່ານມາ.
ເຄື່ອງໜູນຊ່ວຍມະນຸດສະທຳໄດ້ຂົນສົ່ງຈາກແຫຼມ Sinai ຂອງເອຢິບ ເຂົ້າເຂດກາຊາຜ່ານດ່ານຊາຍແດນ Rafah (ພາບ: VOV)

ພາຍຫຼັງຢຸດຕິຊົ່ວຄາວດ້ານເຕັກນິກ, ວັນທີ 4 ມັງກອນ, ອົງການກູ້ຊ່ວຍເອຢິບໄດ້ເຊື່ອມຕໍ່ການເຄື່ອນໄຫວຂົນສົ່ງເຄື່ອງໜູນຊ່ວຍມະນຸດສະທຳໄປຍັງເຂດກາຊາ, ເພື່ອໜູນຊວ່ຍຊາວປາແລັດສະຕິນ ຜ່ານຜ່າວິກິດການມະນຸດສະທຳ ທີ່ຮ້າຍແຮງ ໂດຍການປະທະກັນດ້ານອາວຸດທີ່ແກ່ຍາວສ້າງຂຶ້ນ. ຕາມອົງການຊິກວົງເດືອນແດງ ຂອງເອຢິບແລ້ວ, ງວດເຄື່ອງຊ່ວຍເຫຼືອໄດ້ສົ່ງໄປຍັງເຂດກາຊາໃນວັນທີ 4 ມັງກອນ ລວມມີທັນສະຫານ, ເຊື້ອເພິງ, ເສື້ອຜ້າ ແລະ ເຄື່ອງນຳໃຊ້ຍາມລະດູໜາວ 6.700 ໂຕນ. ນີ້ແມ່ນງວດເຄື່ອງຊ່ວຍເຫຼືອທີ 108 ໄດ້ສົ່ງໄປຍັງເຂດກາຊາຕາມຂໍ້ລິເລີ່ມ “Zad Al Izza: ຈາກເອຢິບ ໄປຍັງກາຊາ, ປຸກລະດົມໃນທ້າຍເດືອນກໍລະກົດ 2025. ເອຢິບ ແມ່ນປະເທດສວມບົດບາດຫຼັກແຫຼ່ງໃນຄວາມມານະພະຍາຍາມໜູນຊ່ວຍມະນຸດສະທຳໃຫ້ແກ່ເຂດກາຊາໃນເວລາກ່ວາ 2 ປີຜ່ານມາ. ເອຢິບໄດ້ປະສານສົມທົບກັບບັນດາຝ່າຍທີ່ກ່ຽວຂ້ອງຂົນສົ່ງເຄື່ອງໜູນຊ່ວຍປະມານ 800.000 ໂຕນ, ກວມເອົາ 70%ຍອດຈຳນວນເຄື່ອງໜູນຊ່ວຍສາກົນໃຫ້ແກ່ເຂດກາຊາ.


TAG
VOV/VOVworld/ເອ​ຢິບ/ການໜູນ​ຊ່ວຍ/​ເຂດ​ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ