logo

ເອີລົບ ແລະ ການາດາ ພ້ອມກັນຄັດຄ້ານເຈດຈຳນົງໂຮມເກາະ Greenland ເຂົ້າດິນແດນ ອາເມລິກາ

2026/1/12 | 09:50:40
(VOVWORLD) - ຢູ່ ເອີລົບ, ຫຼາຍປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ພວມຍູ້ແຮງການທາບທາມຄວາມເຫັນກ່ຽວກັບຄວາມອາດສາມາດຜັນຂະຫຍາຍກຳລັງຢູ່ Greenland.

        ບັນດາປະເທດ ເອີລົບ ພ້ອມກັບ ການາດາ ພວມພ້ອມກັນກໍ່ຄວາມກົດດັນດ້ານການທູດສຳລັບ ອາເມລິກາ, ພາຍຫຼັງຄຳຖະແຫຼງແຂງກະດ້າງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບຄວາມອາດສາມາດຄວບຄຸມ Greenland - ເຊິ່ງແມ່ນເກາະຂຶ້ນກັບ ແດນມາກ, ມີທີ່ຕັ້ງຍຸດທະສາດຢູ່ຂົ້ວໂລກເໜືອ ແລະ ແຫຼ່ງຊັບພະຍາກອນອຸດົມສົມບູນ.

        ວັນທີ 11 ມັງກອນ, ທ່ານ Anita Anand, ລັດຖະມົນຕີການຕ່າງປະເທດ ການາດາ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lars Lokke Rasmussen, ລັດຖະມົນຕີການຕ່າງປະເທດ ແດນມາກ ແລະ ທ່ານນາງ Vivian Motzfeldt, ເຈົ້າໜ້າທີ່ຜູ້ຮັບຜິດຊອບການຕ່າງປະເທດຂອງ Greenland ໄດ້ຢືນຢັນຫຼັກໝັ້ນເປັນເອກະພາບສະໜັບສະໜູນອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງ ລາຊະອານາຈັກ ແດນມາກ ແລະ Greenland.

        ໃນຂະນະນັ້ນ, ຢູ່ ເອີລົບ, ຫຼາຍປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ພວມຍູ້ແຮງການທາບທາມຄວາມເຫັນກ່ຽວກັບຄວາມອາດສາມາດຜັນຂະຫຍາຍກຳລັງຢູ່ Greenland. ອັງກິດ ໄດ້ປຶກສາຫາລືກັບ ຝລັ່ງ ແລະ ເຢຍລະມັນ ກ່ຽວກັບແຜນການຜັນຂະຫຍາຍໜ້າທີ່ ນາໂຕ ຢູ່ເກາະປົກຄຸ້ມດ້ວຍຕົນເອງນີ້ ຄືດັ່ງມາດຕະການປົກປ້ອງຕໍ່ໜ້າຄວາມສ່ຽງ Greenland ຖືກ ອາເມລິກາ ໂຮມເຂົ້າ.

TAG
VOV/VOVworld/ຜືນ​ແຜ່ນ​ດິນ/​ຄົບ​ຖ້ວນ/​ຜັນ​ຂະ​ຫຍາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ