logo

ເອົາໃຈໃສ່ ເບິ່ງແຍງດູແລນັກຮຽນຊົນເຜົ່າສ່ວນຫນ້ອຍຢູ່ ເມືອງ ຟູທ້ຽນ ແຂວງ ຢາລາຍ

2025/3/30 | 07:00:00

(VOVWORLD) -ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຟູທ້ຽນ ແຂວງ ຢາລາຍ ແມ່ນໂຮງຮຽນສະຫງວນໃຫ້ແກ່ນັກຮຽນກິນນອນຊົນເຜົ່າສ່ວນຫນ້ອຍ ຢູ່ ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ໂດຍໄດ້ສ້າງຕັ້ງຂຶ້ນກ່ອນນີ້    12 ປີ, ໂຮງຮຽນໄດ້ປະຕິບັດວຽກງານການສິດສອນ, ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ນັກຮຽນເປັນຢ່າງດີ ແລະ ໄດ້ຮັບການຮັບຮອງແມ່ນໂຮງຮຽນບັນລຸມາດຖານລະດັບຊາດ.

ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ເມືອງ ຟູທ້ຽນ. (ພາບ: Ngọc Anh/VOV5)

 “ນ້ອງແມ່ນຊາວເຜົ່າ ຢຣາຍ, ຄູອາຈານ ຍາມໃດກໍ່ເອົາໃຈໃສ່ດູແລນ້ອງຄືດັ່ງພໍ່ແມ່. ອາຈານສິດສອນພວກນ້ອງຢ່າງສຸດຈິດສຸດໃຈ, ລະອຽດຖີ່ຖ້ວນ. ສິ່ງໃດທີ່ນ້ອງບໍ່ທັນຮູ້ ອາຈານກໍ່ໄດ້ຊີ້ບອກໃຫ້ຢ່າງລະອຽດ”.

“ແຕ່ລະປີ ໂຮງຮຽນ ມອບປຶ້ມຕຳລາຮຽນ, ອຸປະກອນການຮຽນ, ຜ້າຫົ່ມ, ສາດ, ມຸ້ງ ໃຫ້ພວກນ້ອງ. ນ້ອງຮູ້ສຶກດີໃຈຫລາຍ ເມື່ອໄດ້ຮັບຄວາມເອົາໃຈໃສ່ ເບິ່ງແຍງດູແລ ການສິດສອນຈາກຄູອາຈານ”.

“ນ້ອງມັກຮຽນວິຊາປະຫວັດສາດທີ່ສຸດ. ນ້ອງຕ້ອງຮຽນໃຫ້ດີເພື່ອຊ່ວຍຄອບຄົວ, ຕົນເອງ. ຄວາມໄຝ່ຝັນຂອງນ້ອງແມ່ນເປັນຕຳຫລວດ. ນ້ອງຮັກປະເທດຊາດຫວຽດນາມ ສະນັ້ນ ຕົນເອງຢາກເປັນຕຳຫລວດເພື່ອປົກປັກຮັກສາປະເທດຊາດ”

ນັ້ນແມ່ນຄຳແບ່ງປັນຂອງພວກນ້ອງນັກຮຽນຢູ່ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ເມືອງ ຟູທ້ຽນ ແຂວງ ຢາລາຍ ກ່ຽວກັບເງື່ອນໄຂຮ່ຳຮຽນ, ດຳລົງຊີວິດຢູ່ ໂຮງຮຽນ.

ຢູ່ໂຮງຮຽນແຫ່ງນີ້ ມີນັກຮຽນເກືອບ 290 ຄົນ, ແບ່ງປັນ 9 ຫ້ອງ, ແຕ່ລະຫ້ອງມີປະມານ 30 ຄົນ ແຕ່ຊັ້ນ ມໍ 1 ຫາຊັ້ນ ມໍ4, ນັກຮຽນຢູ່ໃນໂຮງຮຽນສ່ວນຫລາຍແມ່ນຊາວເຜົ່າ ຢຣາຍ, ບານາ, ນອກນັ້ນ ຍັງມີພວກນ້ອງນັກຮຽນຈຳນວນຫນຶ່ງແມ່ນຊາວເຜົ່າໄຕ່, ນຸ່ງ, ຜູ້ໄທ. ໂຮງຮຽນມີພື້ນຖານດ້ານວັດຖຸຄົບທຸກຢ່າງ, ຂອບເຂດໂຮງຮຽນແມ່ນກວ້າງຂວາງ, ຫໍພັກໃຫຍ່ໂຕສວຍງາມ ແລະ ຍັງມີບາງກິດຈະກຳສຳຮອງອື່ນອີກ. ອາຈານ ເຣີກອມ ຄຽມ, ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ:

“ໂຮງຮຽນມີລັກສະນະພິເສດສະເພາະ ສະນັ້ນໄດ້ຮັບຄວາມເອົາໃຈໃສ່ຈາກລັດ. ແຕ່ລະເດືອນ ພວກນ້ອງຍັງໄດ້ຮັບການອຸດຫນູນຕາມລະບອບຂອງລັດ. ການຮັບສະໝັກນັກຮຽນທຸກປີ ນອກຈາກປະຕິບັດຕາມມາດຖານແມ່ນຕ້ອງເປັນຊາວເຜົ່າສ່ວນຫນ້ອຍແລ້ວ ພວກນ້ອງຍັງຕ້ອງຮັບປະກັນຕາມເງ່ື່ອນໄຂກ່ຽວກັບຄະແນນ, ຄຸນນະພາບການຮຽນນັບແຕ່ຂັ້ນປະຖົມ. ບັນດາຄູອາຈານໄດ້ເຂົ້າເຖິງວິທີການສິດສອນໃຫມ່, ແລະ ສິດສອນໃຫ້ພວກນ້ອງດ້ວຍວີທີ່ດີສຸດ”.

ພວກນ້ອງນັກຮຽນຫລິ້ນກິລາ. (ພາບ: Ngọc Anh/VOV5)

ໃນໂອກາດວັນບຸນຕ່າງໆ ແລະ ບຸນເຕັດ, ພວກນ້ອງໄດ້ຮັບການຢ້ື້ຢາມຖາມຂ່າວ ແລະ ຮັບຂອງຂວັນ, ປິ້ລົດກັບເມືອບ້ານຕ້ອນຮັບບຸນເຕັດຈາກອົງການຈັດຕັ້ງມະຫາຊົນຂອງແຂວງ ຢາລາຍ. ເອື້ອຍຄູ ຊີວເຮີແລມ, ອາຈານສອນຢູ່ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຟູທ້ຽນ ໃຫ້ຮູ້ວ່າ:

 ໂຮງຮຽນຄືດັ່ງຄອບຄົວ ແມ່ນຊາຍຄາແຫ່ງທີສອງຂອງພວກນ້ອງ. ຢູ່ທີ່ນີ້ ເຖິງວ່າ ພວກນ້ອງແມ່ນຊາວຊົນເຜົ່າຕ່າງກັນ, ຢູ່ຕາແສງຕ່າງກັນ ແຕ່ເມື່ອມາຮຽນຢູ່ທີ່ນີ້ ພວກນ້ອງລ້ວນແຕ່ມີຄວາມຮັກແພງກັນຄືດັ່ງອ້າຍເອື້ອຍນ້ອງ, ຖືຄູອາຈານຄືພໍ່ແມ່ຂອງຕົນ. ພວກນ້ອງມາຢູ່ໃນໂຮງຮຽນກິນນອນຊົນເຜົ່າ ນອກຈາກໄດ້ຮຽນຄວາມຮູ້ຈາກຄູອາຈານແລ້ວ ພວກນ້ອງຍັງໄດ້ຮຽນທັກສະໃນການດຳລົງຊີວິດອີກດ້ວຍ”

ນອກຈາກການຮັບປະກັນເງ່ືອນໄຂສິດສອນ, ຮ່ຳຮຽນໃຫ້ແກ່ຄູອາຈານ ແລະ ນັກຮຽນ, ໂຮງຮຽນ ຍັງເອົາໃຈໃສ່ເຖິງການເຄື່ອນໄຫວນອກຫລັກສູດ. ນັກຮຽນໃນໂຮງຮຽນໄດ້ຮຽນບັນດາວິຊາກິລາກາຍະກຳສະເພາະຂອງຊາວເຜົ່າສ່ວນຫນ້ອຍ. ໃນບັນດາການດຳເນີນຊີວິດປະຈຳອາທິດ, ພວກນ້ອງເຄີຍຈັດການຟ້ອນຊວາງ (ວາດຟ້ອນພື້ນເມືອງຂອງຊາວຊົນເຜົ່າ), ຕີຄ້ອງ, ຟ້ອນສາບ... ພາຍຫລັງຮຽນຈົບ, ມີພວກນ້ອງບາງຄົນທີ່ຮຽນເກັ່ງສາມາດໄດ້ຮັບບຸລິມະສິດສົ່ງປະຫວັດຂໍສະໝັກເຂົ້າຮຽນຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າແຂວງ ຢາລາຍ.     

ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຟູທ້ຽນ ມີນັກຮຽນຫລາຍຄົນຍາດໄດ້ລາງວັນນັກຮຽນເກັ່ງຂັ້ນແຂວງ. ຈາກໂຮງຮຽນແຫ່ງນີ້ ມີນັກຮຽນຫລາຍຄົນໄດ້ເຕີບໃຫຍ່ ແລະ ປະກອບສ່ວນຫລາຍຢ່າງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງບ້ານເກີດເມືອງນອນ.

TAG
VOV/VOVworld/ການພັດທະນາເສດຖະກິດ/ມັດທະຍົມຕອນຕົ້ນກິນນອນຊົນເຜົ່າ/ຊາວເຜົ່າ ຢຣາຍ/ບານາ/

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ