logo

ເຮືອບັກບັນທຸກຜູ້ໂດຍສານກວ່າ 350 ຄົນຢູ່ ຟີລິບປິນຖືກຈົມນ້ຳ, ເຮັດໃຫ້ 8 ຄົນເສຍຊີວິດ

2026/1/26 | 09:03:33
(VOVWORLD) - ເຮືອບັກບັນທຸກຜູ້ໂດຍສານປະມານ 350 ຄົນ ແລະ ລູກເຮືອຖືກຈົມນ້ຳຢູ່ເຂດທະເລທາງພາກໃຕ້ ຟີລິບປິນ ໃນຕອນເຊົ້າວັນທີ 26 ມັງກອນ, ເຮັດໃຫ້ຢ່າງໜ້ອຍສຸດ 8 ຄົນເສຍຊີວິດ, ແລະ ປະຈຸບັນວຽກງານກູ້ໄພກູ້ຊີບພວມຮີບເຮັງປະຕິບັດ.

ເຮືອບັກ M/V Trisha Kerstin 3 ພວມເດີນທາງຈາກນະຄອນທ່າກຳປັ່ນ Zamboanga ໄປເກາະ Jolo (ແຂວງ Sulu) ເກີດບັນຫາດ້ານເຕັກນິກ ແລະ ຖືກຈົມນ້ຳໃກ້ກັບແຂວງ Basilan. ບາງແຫ່ຼງຂ່າວໃຫ້ຮູ້ວ່າ ເຮືອບັກທີ່ຖືກຈົມນ້ຳພວມຂົນສົ່ງຜູ້ໂດຍສານ 332 ຄົນ ແລະ ລູກເຮືອ 27 ຄົນ. ເຈົ້າຄອງເທດສະບານ Arsina Laja Kahing-Nanoh ໃຫ້ຮູ້ວ່າ ມາຮອດປະຈຸບັນມີຢ່າງໜ້ອຍສຸດ 8 ຄົນເສຍຊີວິດ. ກຳລັງກູ້ໄພກູ້ຊີບແຈ້ງໃຫ້ຊາບວ່າ ໄດ້ກູ້ເອົາຊີວິດຂອງກວ່າ 200 ຄົນ. ການເຄື່ອນໄຫວຊອກຫາກູ້ໄພກູ້ຊີບໂດຍກຳລັງທະຫານເຮືອ ຟີລິບປິນ ສົມທົບກັບບັນດາກຳປັ່ນພົນລະເຮືອນປະຕິບັດໃນເງື່ອນໄຂດິນຟ້າອາກາດອຳນວຍຄວາມສະດວກ.

TAG
VOV/VOVworld/ເຮື​ອ​ບັກ/​ກຳ​ລັງ/ທະ​ຫານ​ເຮືອ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ