logo

ແກ່ງຫີນ ຮ່ວາຍຫາຍ: ສະຖານທີ່ຮົກເຮື້ອດຶງດູດໃຈແຂກທ່ອງທ່ຽວຢູ່ແຂວງ ບິ່ງດິ້ງ

2024/4/26 | 04:31:00
(VOVWORLD) - ແກ່ງຫີນ ຮ່ວາຍຫາຍ (ຫຼືຍັງເອີ້ນວ່າ ແຫຼມ ແກ່ງແກ່ງ) ມີຫາດຊາຍທະເລເຫຼືອງງາມ, ນ້ຳຂຽວໃສເຢັນ ພ້ອມກັບບັນດາແກ່ງຫີນອື່ນທີ່ໃຫຍ່ໂຕ, ສວຍງາມ… ເຮັດໃຫ້ແຂກທ່ອງທ່ຽວຢາກມາແຫ່ງນີ້, ຢາກຢູ່ນີ້ດົນໆ.
ແກ່ງຫີນ ຮ່ວາຍຫາຍ (ຫຼືຍັງເອີ້ນວ່າ ແຫຼມ ແກ່ງແກ່ງ) ຢູ່ຕາແສງ ຮ່ວາຍຫາຍ, ເທດສະບານ ຮ່ວາຍເຍີນ (ແຂວງ ບິ້ງດິ້ງ) ນອນໃນໃຈກາງນະຄອນທະເລ ກຸຍເຍີນ ປະມານ 100 ກມ.
ຢູ່ແຫ່ງນີ້ຍັງຮັກສາໄດ້ ຄວຄວາມງາມຮົກເຮື້ອດ້ວຍຫາດຫີນຫຼາຍຮູບແບບງາມຕາ, ແປກໃຈ ຢູ່ໜ້ານ້ຳທະເລ
ຈາກບ່ອນສູງ, ສີຂຽວຂອງທະເລອ້ອມຮອບແກ່ງຫີນ, ຟອງທະເລຂາວ ສ້າງເປັນຮູບພາບທີ່ງາມຕາ
ໄປຄຽງຄູ່ກັບຈຸດຄວາມງາມແບບລຽບງ່າຍ ຮົກເຮື້ອນັ້ນ, ແກ່ງຫີນ ຮ່ວາຍຫາຍ ຍັງແມ່ນສະຖານທີ່ດຶງດູດຜູ້ໃດຢາກເຫັນປະຈັກຕາບັນຍາກາດກ້ວາງໃຫຍ່ ແລະ ສວຍງາມຂອງທະເລ, ຄວາມງາມ, ໃຫຍ່ໂຕມະໂຫຖານຂອງທຳມະຊາດ.
ໂດຍໄດ້ຄົງຕົວເປັນເວລາຫຼາຍປີ, ແຕ່ໃນຊຸມປີມໍ່ໆມານີ້, ແກ່ງຫີນ ຮ່ວາຍຫາຍ ຈຶ່ງໄດ້ກາຍເປັນທີ່ຮູ້ຈັກກັນດີສຳລັບແຂກທ່ອງທ່ຽວຫຼາຍຄົນ
ໃນໂອກາດທ້າຍອາທິດ, ແຂກທ່ອງທ່ຽວຫຼາຍຄົນທັງຢູ່ພາຍໃນ ແລະ ຕ່າງແຂວງ ໄດ້ມາຄົ້ນຫາ, check in ຢູ່ແຫຼມ ແກ່ງແກ່ງ
ແກ່ງຫີນ ຮ່ວາຍຫາຍ ມີຫຼາຍບ່ອນອາບນ້ຳ ເໝາະສົມ, ປອດໄພສຳລັບເດັກນ້ອຍ
ເມື່ອມາຢາມແກ່ງຫີນ ຮ່ວາຍຫາຍ, ແຂກທ່ອງທ່ຽວຈະໄດ້ຊິມບັນດາເຍື່ອງອາຫານທະເລສົດໆຂອງຊາວທ້ອງຖິ່ນ
ຕາມທ່ານ ເຈິ່ນມິງເລີມ, ປະທານຄະນະກຳມະການປະຊາຊົນຕາແສງ ຮ່ວາຍຫາຍ (ເທດສະບານ ຮ່ວາຍເຍີນ, ແຂວງ ບິ້ງດິງ) ແລ້ວ, ໃນໂອກາດທ້າຍອາທິດ, ມີແຂກທ່ອງທ່ຽວປະມານ 1.500 - 2.000 ເທື່ອຄົນມາຢ້ຽມຢາມສະຖານທີ່ແຫ່ງນີ້.
TAG
VOV/VOVworld/ແກ່ງຫິນ ຮ່​ວາຍ​ຫາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ