logo

ແຂວງກວາງຈິ້ແລະສາລາວັນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

2018/7/24 | 11:31:16
(VOVWORLD) -ວັນທີ 24 ກໍລະກົດ, ຢູ່ນະຄອນດົງຮ່າ, ແຂວງກວາງຈິ້ ໄດ້ດຳເນີນການເຈລະຈາຂັ້ນສູງຕີລາຄາກາງສະໄໝຂໍ້ຕົກລົງຮ່ວມມືລະຫວ່າງ 2 ແຂວງກວາງຈິ້ (ຫວຽດນາມ) ແລະ ສາລາວັນ (ລາວ).

ບັນດາຜູ້ແທນທີ່ເຂົ້າຮ່ວມການເຈລະຈາ

(ພາບ: TTXVN)

ຕາມນັ້ນແລ້ວ, 2 ແຂວງ ໄດ້ປະຕິບັດວຽກງານໂຄສະນາໃຫ້ແກ່ປະຊາຊົນໃນການປະຕິບັດບັນດາສັນຍາ, ກົດລະບຽບກ່ຽວກັບຊາຍແດນ, ຮັບປະກັນອະທິປະໄຕຜືນແຜ່ນດິນຂອງແຕ່ລະປະເທດໃຫ້ເປັນຢ່າງດີ. ທ່ານປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ້ ຫງວຽນດຶກຈິງ ຢືນຢັນວ່າ: ໃນໄລຍະຈະມາເຖິງ, 2 ແຂວງ ສາລາວັນ ແລະ ກວາງຈິ້ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ. ແຂວງກວາງຈິ້ ສືບຕໍ່ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງປະຕູດ່ານຊາຍແດນ ລາໄຮ ກໍຄືລະບົບຄົມມະນາຄົມເຊື່ອມຕໍ່ກັບເສັ້ນທາງ ໂຮ່ຈິມິນ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນໄປມາ ກໍຄືການແລກປ່ຽນສິນຄ້າ. ກວາງຈິ້ ສືບຕໍ່ໜູນຊ່ວຍແຂວງ ສາລາວັນ ໃນການບຳລຸງສ້າງນັກຮຽນ, ນັກສຶກສາ ແລະ ວິຊາການໃຫ້ຖັນແຖວພະນັກງານ. ພິເສດ, ແຂວງກວາງຈິ້ ຈະຮຽກຮ້ອງ, ສົ່ງເສີມ, ສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດໃນແຂວງເພີ່ມທະວີການລົງທຶນຜະລິດຢູ່ສາລາວັນ, ຜ່ານນັ້ນຊຸກຍູ້ການຮ່ວມມືຂອງ 2 ແຂວງ ເພື່ອພ້ອມກັນພັດທະນາ.

TAG
VOV/VOVworld/ຄົມ​ມະ​ນາ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ