ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແຂວງ ກວາງນິງ ຕ້ອນຮັບກ່ຳປັ່ນທ່ອງທ່ຽວສາກົນ 38 ລຳ (ພາບ: VOV) |
“ບັນດາວິສາຫະກິດ ໄດ້ພ້ອມກັນເຊື່ອມຕໍ່, ເພື່ອນອກຈາກການສົ່ງເສີມ, ການເຊີນບັນດາ famtrip, media trip ມາເປັນເຈົ້າການໂຄສະນາສື່ສານ, ເຊື່ອມຕໍ່ບັນດາບໍລິສັດການບິນແລ້ວ, ພວກຂ້າພະເຈົ້າກໍໄດ້ສ້າງ ແລະ ປັບປຸງຜະລິດຕະພັນໃໝ່ຢ່າງຕໍ່ເນື່ອງ. ລາຍການຍິງບັ້ງໄຟດອກກໍແມ່ນຜະລິດຕະພັນໜຶ່ງ ຫຼືວ່າ ເຊີນ Hilton - ເຊິ່ງເປັນເຄື່ອງໝາຍການຄ້າໃຫຍ່ໃນໂລກ ເຂົ້າມາບໍລິຫານລະບົບ Yoko Onsen Quang Hanh”.
ຈຳນວນແຂກທ່ອງທ່ຽວສາກົນມາທ່ຽວ ຮະລອງ ນັບມື້ນັບຫຼາຍຂຶ້ນ (ພາບ: VOV) |
ໄປຄຽງຄູ່ກັບການຕ້ອນຮັບແຂກທາງກ່ຳປັ່ນແລ້ວ, ແຂວງ ກວາງນິງ ຍັງພົ້ນເດັ່ນຂຶ້ນດ້ວຍຮູບແບບການທ່ອງທ່ຽວ MICE ເຊິ່ງເປັນຮູບແບບທ່ອງທ່ຽວ ສົມທົບການເຮັດວຽກ ກັບການພັກຜ່ອນຕາກອາກາດ ຮັບໃຊ້ໃຫ້ແກ່ວິສາຫະກິດ, ອົງການຈັດຕັ້ງ, ສະຫະສະມາຄົມ ດ້ວຍຂອບຂະໜາດໃຫຍ່ ແລະ ຮຽກຮ້ອງການບໍລິການທີ່ມີຄຸນນະພາບສູງ. ທ່າອ່ຽງດຶງດູດແຂກທ່ອງທ່ຽວ MICE ເຂົ້າມາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ເປີດໂອກາດໃຫຍ່ໃຫ້ແກ່ແຂວງ ກວາງນິງ ດ້ວຍບັນດາຄະນະແຂກທ່ອງທ່ຽວທີ່ມາຈາກຫຼາຍປະເທດໄດ້ເລືອກເອົາ ຮະລອງ, ບ໊າຍໄຈ ເປັນບ່ອນຈັດຕັ້ງກອງປະຊຸມສົມທົບກັບການພັກຜ່ອນ. ທ່ານນາງ ເລທິບິກຮັ່ງ, ຜູ້ອຳນວຍການສາຂາ ກວາງນິງ ຂອງບໍລິສັດທ່ອງທ່ຽວ Vietravel ຖືວ່າ:
“ເພື່ອດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກວ່າອີກ, ແຂວງ ກວາງນິງ ຕ້ອງຍົກສູງການທ່ອງທ່ຽວຊຸມຊົນ. ແຂກທ່ອງທ່ຽວຫຼາຍຄົນຢາກຊອກຮູ້ກ່ຽວກັບວິຖີການດຳລົງຊີວິດ, ຮີດຄອງປະເພນີຂອງປະຊາຊົນທ້ອງຖິ່ນ. ນອກຈາກນັ້ນແລ້ວ, ເພື່ອຕ້ອນຮັບບັນດາຄະນະແຂກທ່ອງທ່ຽວໃຫຍ່ແຕ່ 2.000 – 3.000 ຄົນນັ້ນ, ແຂວງ ກວາງນິງ ຍັງຂາດພື້ນຖານດ້ານວັດຖຸຢູ່. ໃນອະນາຄົດ, ແຂວງ ກວາງນິງ ຈະມີບັນດາບາດກ້າວໃໝ່ ແລະ ຕອບສະໜອງຢ່າງຄົບຖ້ວນ, ບົນພື້ນຖານນັ້ນ ບັນດາວິສາຫະກິດຕ້ອງໂຄສະນາ ແລະ ຂຸດຄົ້ນແຫຼ່ງແຂກທ່ອງທ່ຽວ”.
ຜະລິດຕະພັນທ່ອງທ່ຽວຢູ່ແຂວງ ຮະລອງ ນັບມື້ນັບມີຫຼາຍຮູບຫຼາຍແບບ (ພາບ: VOV) |
ກວາງນິງ ບໍ່ພຽງແຕ່ມີທີ່ຕັ້ງສະດວກ ເມື່ອມີທັງດ່ານຊາຍແດນທາງບົກ ແລະ ທ່າກ່ຳປັ່ນທະເລ, ທ່າອາກາດສະຍານສາກົນເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ແຂກທ່ອງທ່ຽວແວ່ຢາມບັນດາມໍລະດົກໂລກ ເຊິ່ງອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງ, ເຊັ່ນ: ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ; ອ່າວຮະລອງ - ໝູ່ເກາະ ກາດບ່າ. ນີ້ລ້ວນແຕ່ແມ່ນບັນດາທ່າໄດ້ປຽບພິເສດ ສ້າງກຳລັງໜູນເພື່ອໃຫ້ຂະແໜງທ່ອງທ່ຽວແຂວງ ກວາງນິງ ພັດທະນາ. ທ່ານ ຫງວຽນຈູ່ງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຢັ້ງຢືນວ່າ:
“ດ້ວຍບັນດາແຫຼ່ງຊັບພະຍາກອນທຳມະຊາດ, ບັນດາມໍລະດົກໂລກ ເຊິ່ງອົງການ UNESCO ໄດ້ຮັບຮອງ ແລະ ລະບົບພື້ນຖານໂຄງລ່າງດ້ານວັດຖຸ, ຫວັງວ່າ ກວາງນິງ ຈະບຸກທະລຸຢ່າງແຮງໃນໄລຍະຈະມາເຖິງ, ດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ມີທ່າແຮງ”.
ບັນດາກິດຈະກຳຕອນກາງຄືນບໍ່ພຽງແຕ່ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວພາຍໃນເທົ່ານັ້ນ, ຫາກຍັງມີແຂກທ່ອງທ່ຽວສາກົນຫຼາຍຄົນເຂົ້າຮ່ວມອີກດ້ວຍ (ພາບ: VOV) |
ປີ 2025, ແຂວງ ກວາງນິງ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 20 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 4,5 ລ້ານເທື່ອຄົນ. ຮອດປີ 2030, ກວາງນິງ ວາງເປົ້າໝາຍກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະຍຶນຍົງ, ຢັ້ງຢືນບົດບາດເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ, ຈຸດສຸມການທ່ອງທ່ຽວແຖວໜ້າຂອງຊາດ; ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ກວ່າ 26 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 9 ລ້ານເທື່ອຄົນ. ທ່ານ ຫງວຽນເລິມງວຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:
“ແຂວງ ກວາງນິງ ໄດ້ວາງອອກຫຼາຍແຜນການໃນການສ້າງບັນດາສະຖາບັນວັດທະນະທຳ, ກິລາ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາແຫ່ງນີ້, ໂດຍສະເພາະແມ່ນການຈັດຕັ້ງບັນດາກອງປະຊຸມ, ສຳມະນາ, ລາຍການສະແດງສິລະປະ, ບັນດາເຫດການ ແລະ ກິດຈະກຳກິລາ. ແຂວງ ກວາງນິງ ພວມມີແຜນການດຶງດູດບັນດານັກລົງທຶນຍຸດທະສາດ, ບັນດາວິສາຫະກິດລົງທຶນເຂົ້າບັນດາສະຖາບັນ, ບັນດາພື້ນຖານໂຄງລ່າງເພື່ອຮັບໃຊ້ໃຫ້ແກ່ການພັດທະນາການທ່ອງທ່ຽວ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງ ເວົ້າລວມ".
ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ (ພາບ: VOV) |




