logo

ແຂວງ​ຢາ​ລາຍ​ສູ້ຊົນ​ປະ​ຕິ​ບັດ​ສຳ​ເລັດ​ບັ້ນ​ເຄື່ອນ​ໄຫວ ກວາງ​ຈຸງ​ໃນ​ວັນ​ທີ 15 ມັງ​ກອນ

2026/1/12 | 12:00:24
(VOVWORLD) - ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮັບຮູ້ວ່າ ບັ້ນເຄື່ອນໄຫວກວາງຈຸງ ຢູ່ຢາລາຍມາຮອດປັດຈຸບັນໄດ້ປະຕິບັດສຳເລັດຕາມຄວາມຄືບໜ້າທີ່ໄດ້ວາງອອກໂດຍພື້ນຖານ. 
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ລົງ ກວດກາ, ຊຸກຍູ້ຄວາມຄືບໜ້າຜັນຂະຫຍາຍປະຕິບັດບັ້ນເຄື່ອນໄຫວ ກວາງຈຸງ ຢູ່ຕາແສງຕຸຍເຟືອກດົງ (ພາບ: VGP)

ວັນທີ 12 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ມີການເຮັດວຽກັບຄະນະກຳມະການປະຊາຊົນແຂວງ ຢາລາຍກ່ຽວກັບສະພາບການແກ້ໄຂຜົນຕາມມາຈາກໄພທຳມະຊາດ ແລະ ຄວາມຄືບໜ້າໃນການຜັນຂະຫຍາຍກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນຖືກຜົນເສຍຫາຍຍ້ອນພາຍຸ, ຝົນຕົກນ້ຳຖ້ວມກໍ່ຂຶ້ນໃນປີ 2025, ຈຸດສຸມແມ່ນການປະຕິບັດ ບັ້ນເຄື່ອນໄຫວກວາງຈຸງ.

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຮັບຮູ້ວ່າ ບັ້ນເຄື່ອນໄຫວກວາງຈຸງ ຢູ່ຢາລາຍມາຮອດປັດຈຸບັນໄດ້ປະຕິບັດສຳເລັດຕາມຄວາມຄືບໜ້າທີ່ໄດ້ວາງອອກໂດຍພື້ນຖານ. ທ່ານຮອງນາຍົກລັດຖະມົນຕີ ສະເໜີທາງແຂວງສືບຕໍ່ລະດົມກຳລັງຢ່າງສຸດຂີດ, ສູ້ຊົນຮອດວັນທີ 15 ມັງກອນກໍ່ສ້າງສຳເລັດເຮືອນຫຼັງຕ່າງໆໃຫ້ແກ່ປະຊາຊົນ, ເພື່ອໃຫ້ປະຊາຊົນໄດ້ຮັບຕ້ອນບຸນປີໃໝ່ປະຈຳຊາດໃນເຮືອນຫຼັງໃໝ່.

ຢູ່ແຂວງດັກລັກ, ພາຍຫຼັງເວລາກວ່າໜຶ່ງເດືອນ, ພະນັກງານ, ນັກຮົບບັນດາເຫຼົ່າຮົບຂຶ້ນກັບກະຊວງປ້ອງກັນປະເທດ, ທະຫານເຂດ 5 ແລະ ທະຫານທ້ອງຖິ່ນ ໄດ້ປະຕິບັດສຳເລັດ “ບັ້ນເຄື່ອນໄຫວກວາງຈຸງ”.

TAG
VOV/VOVworld/​ບັ້ນ​ເຄື່ອນ​ໄຫວ/ການ​ກໍ່​ສ້າງ/ເຮືອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ