logo

ແຄງຟານ - ນັກຖ່າຍຮູບຍິງ ນຳຄວາມງາມຂອງ ຫວຽດນາມ ອອກໄປໄກ

2025/2/28 | 09:47:57
(VOVWORLD) - ໂດຍເປັນພະນັກງານທະນາຄານ ປ່ຽນເປັນນັກຖ່າຍຮູບ, ແຄງຟານ ໄດ້ຢັ້ງຢືນຊື່ສຽງຂອງຕົນດ້ວຍບັນດາພາບຖ່າຍດີເດັ່ນ, ປະກອບສ່ວນນຳພາບພົດຂອງ ຫວຽດນາມ ປະກາຍແຈ້ງບົນເວທີສາກົນ.

ດ້ວຍຄວາມເມົາມົວຕໍ່ສິລະປະຖ່າຍຮູບ, ແຄງຟານ ໄດ້ຮັບຫຼາຍລາງວັນທີ່ມີຊື່ສຽງ, ໃນນັ້ນມີລາງວັນທີໜຶ່ງ Drone Award 2019, ລາງວັນທີໜຶ່ງ SkyPixel 2019 ແລະ ພິເສດແມ່ນລາງວັນສູງສຸດ SkyPixel 2023 ດ້ວຍພາບຖ່າຍທີ່ມີຊື່ວ່າ ກະໂປ່ງດອກໄມ້. ພາບຖ່າຍນີ້ໄດ້ສ້າງຄວາມປະທັບໃຈຢ່າງແຮງ ເມື່ອຖ່າຍຮູບບັນດາແມ່ຍິງທາງທິດຕາເວັນຕົກ ຫວຽດນາມ ພວມເກັບດອກບົວນ້ຳ ທີ່ເຕັມໄປດ້ວຍລັກສະນະສິລະປະ.

(ແຄງຟານ ໄດ້ຢັ້ງຢືນຊື່ສຽງຂອງຕົນດ້ວຍບັນດາພາບຖ່າຍດີເດັ່ນ)

ຄວາມສາມາດໂດດເດັ່ນຂອງ ແຄງຟານ ແມ່ນຂຸດຄົ້ນຄວາມງາມຂອງຊາວ ຫວຽດນາມ, ພິເສດແມ່ນບັນດາແມ່ຍິງໃນການອອກແຮງງານ. ບັນດາພາບຖ່າຍນັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມດຸໝັ່ນ, ຄວາມຄ່ອງແຄ້ວຂອງຊາວ ຫວຽດນາມ ເທົ່ານັ້ນ, ຫາກຍັງສ່ອງແສງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ. ໂດຍຜ່ານແສງສີເພື່ອເລົ່າເລື່ອງກ່ຽວກັບບ້ານເກີດເມືອງນອນ, ແຕ່ລະພາບຖ່າຍຂອງ ແຄງຟານ ແມ່ນຄຳເຊີນທັງໂລກຈົ່ງມາຄົ້ນຫາ ຫວຽດນາມ.

ຕໍ່ໄປນີ້, VOV5 ຈະແນະນຳພາບຖ່າຍຈຳນວນໜຶ່ງທີ່ຍາດໄດ້ລາງວັນໂລກຂອງ ແຄງຟານ:

ຜົນງານພາບຖ່າຍມີຊື່ວ່າ: Floral Dress - ກະໂປ່ງດອກໄມ້ Grandprize
ພາບຖ່າຍມີຊື່ວ່າ: Mending net (ຕາບແຫ)
ພາບຖ່າຍມີຊື່ວ່າ: ຂ້າມທົ່ງ - ທັງບິ່ງ, ກວາງນາມ
ພາບຖ່າຍມີຊື່ວ່າ: ເກັບດອກບົວນ້ຳ - ເຈົາດົກ ອານຢາງ.
ພາບຖ່າຍມີຊື່ວ່າ: ຕາກປາ (Drying fish) - ລອງຫາຍ, ບ່າເຣຍ ວູງເຕົາ.
ພາບຖ່າຍມີຊື່ວ່າ: ຕະຫຼາດຜະລິດຕະພັນກະເສດ ວິແທັງ (Vi Thanh farmer market) – ວູແທັງ, ເຮົ້າຢາງ
ພາບຖ່າຍມີຊື່ວ່າ: ຫາປາໃນປ່າພ້າວ - ກວາງງ້າຍ
ພາບຖ່າຍມີຊື່ວ່າ: ດອກໄມ້ຢູ່ໜ້ານ້ຳ
ພາບຖ່າຍມີຊື່ວ່າ: Harvesting water lily
ພາບຖ່າຍມີຊື່ວ່າ: ຕະຫຼາດຂາຍປາຢູ່ທະເລ
ພາບຖ່າຍມີຊື່ວ່າ: Drying incense

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ