logo

ແຄັງ​ຮ​ວ່າ ວາງ​ເປົ້າ​ໝາຍ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ 33 ລ້ານ​ເທື່ອ​ຄົນ​ໃນ​ປີ 2030

2026/2/10 | 07:53:00
(VOVWORLD) - ທາງແຂວງ ໄດ້ວາງເປົ້າໝາຍກາຍເປັນສູນບໍລິການ, ການທ່ອງທ່ຽວທະເລສາກົນ, ນອນໃນກຸ່ມ 5 ແຂວງ, ນະຄອນນຳໜ້າທົ່ວປະເທດກ່ຽວກັບການພັດທະນາການທ່ອງທ່ຽວ, ປັບປຸງຖານະບົດບາດແມ່ນສະຖານທີທ່ອງທ່ຽວພົ້ນເດັ່ນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍເຄື່ອງໝາຍການຄ້າ “ຮັບຮູ້ງ່າຍ ແລະ ລະບົບນິເວດການທ່ອງທ່ຽວເປັນເອກະພາບ”ເທື່ອລະກ້າວ.
ທ່ານ ຫງວຽນລອງບຽນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ
(ພາບ: qdnd.vn)

ໃນພິທີປະກາດຍຸດທະສາດພັດທະນາການທ່ອງທ່ຽວແຂວງ ແຄັງຮວ່າ ໄລຍະ 2026 – 2030, ວິໄສທັດຮອດປີ 2045, ທີ່ດຳເນີນຫວ່າງມໍ່ໆມານີ້, ທ່ານ ຫງວຽນລອງບຽນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ແຄັງຮວ່າ, ໃຫ້ຮູ້ວ່າ ທາງແຂວງ ໄດ້ວາງເປົ້າໝາຍກາຍເປັນສູນບໍລິການ, ການທ່ອງທ່ຽວທະເລສາກົນ, ນອນໃນກຸ່ມ 5 ແຂວງ, ນະຄອນນຳໜ້າທົ່ວປະເທດກ່ຽວກັບການພັດທະນາການທ່ອງທ່ຽວ, ປັບປຸງຖານະບົດບາດແມ່ນສະຖານທີທ່ອງທ່ຽວພົ້ນເດັ່ນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍເຄື່ອງໝາຍການຄ້າ “ຮັບຮູ້ງ່າຍ ແລະ ລະບົບນິເວດການທ່ອງທ່ຽວເປັນເອກະພາບ”ເທື່ອລະກ້າວ. ໃນນັ້ນ, ຮອດປີ 2030, ແຂວງ ແຄັງຮວ່າ ຄາດວ່າມີຫ້ອງພັກເຊົາໃຫ້ນັກທ່ອງທ່ຽວປະມານ 100.000 ຫ້ອງ; ລາຍຮັບທັງໝົດຈາກແຂກທ່ອງທ່ຽວບັນລຸ 9 ຕື້ USD; ຕ້ອນຮັບແຂກພັກເຊົາ 33 ລ້ານເທື່ອຄົນ (ໃນນັ້ນ ແຂກທ່ອງທ່ຽວສາກົນກວມເອົາ 40 – 45%); ຂະແໜງທ່ອງທ່ຽວສ້າງວຽກເຮັດງານທຳໃຫ້ແກ່ແຮງງານກວ່າ 300.000 ຄົນ.

ເພື່ອປະຕິບັດສຳເລັດເປົ້າໝາຍດັ່ງກ່າວ, ຍຸດທະສາດກຳນົດ 6 ກຸ່ມມາດຕະການແກ່ນສານລວມມີ:ພັດທະນາການທ່ອງທ່ຽວ ແຄັງຮວ່າ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນ; ສ້າງເຄື່ອງໝາຍການຄ້າ; ຍົກສູງຄວາມສາມາດເຊື່ອມຕໍ່ ແລະ ການເຂົ້າເຖິງ; ຍົກລະດັບການເຄື່ອນໄຫວຕົວຈິງໃຫ້ແກ່ແຂກທ່ອງທ່ຽວ; ຮັບປະກັນດ້ານການເງິນ ແລະ ເພີ່ມທະວີການບໍລິຫານແບບອັດສະລິຍະ.


 

TAG
VOV/VOVworld/ແຄັງ​ຮ​ວ່າ/ລະ​ບົບ​ນິ​ເວດ​ການ​ທ່ອງ​ທ່ຽວ/ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ