logo

ແດນ​ມາກ ຕີ​ລ​າ​ຄາ​ການ​ເຈ​ລະ​ຈາ​ບັນ​ຫາ Greenland ຢ່າງ​ຕັ້ງ​ໜ້າ

2026/1/30 | 07:39:45
(VOVWORLD) -  ວັນທີ 29 ມັງກອນ, ເມື່ອກ່າວຄຳເຫັນໃນກອງປະຊຸມຂອງ ສະຫະພາບເອີຣົບ (EU) ຢູ່ ບຣຸກແຊນ, ທ່ານ Lars Lokke Rasmussen ລັດຖະມົນຕີກະຊວງການຕ່າງປະເທດ ແດນມາກ ໄດ້ສະແດງຄວາມ “ປະເອີບໃຈກວ່າ” ພາຍຫຼັງການເຈລະຈາດ້ານວິຊາການເຕັກນິກລະຫວ່າງເຈົ້າໜ້າທີ່ຂອງປະເທດນີ້ກັບຝ່າຍ ອາເມລິກາ ກ່ຽວກັບບັນຫາ Greenland.
ທ່ານ Lars Lokke Rasmussen ລັດຖະມົນຕີກະຊວງການຕ່າງປະເທດ ແດນມາກ 
(ພາບເອກະສານ: REUTERS/Ints Kalnins)

ທ່ານລັດຖະມົນຕີການຕ່າງປະເທດ Rasmussen ເນັ້ນໜັກວ່າ ບັນຍາກາດການເຈລະຈາແມ່ນ “ຕັ້ງໜ້າ” ແລະ “ມີລັກສະນະສ້າງສັນ”, ແມ່ນບາດກ້າວສຳຄັນ ແນໃສ່ນຳສາຍພົວພັນກັບຄືນສູ່ຄວາມເປັນປົກກະຕິພາຍຫຼັງທີ່ຄວາມເຄັ່ງຕຶງເພີ່ມຂຶ້ນໃນອາທິດກ່ອນ. ເຖິງວ່າບັນດາບັນຫາແກ່ນສານຍັງບໍ່ໄດ້ຮັບການແກ້ໄຂຢ່າງຂາດຂັ້ນ, ແຕ່ເລື່ອງສອງຝ່າຍຂຶ້ນແຜນການໃຫ້ແກ່ກອງປະຊຸມຄັ້ງຕໍ່ໄປ ໄດ້ຮັບຖືວ່າແມ່ນສັນຍານຫຼຸດຜ່ອນວິກິດການຢ່າງເລິກເຊິ່ງທີ່ສຸດ ໃນສຳພັນທະມິດຂ້າມອັດລັງຕິກ ໃນຊຸມປີມໍ່ໆມານີ້.

        ເຖິງຢ່າງໃດກໍຕາມ, ໃນບົດກ່າວຄຳເຫັນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໄດ້ປະຕິເສດຖະແຫຼງການຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່ຽວກັບເລື່ອງ ວໍຊິງຕັນ ບັນລຸໄດ້ຂອບຂໍ້ຕົກລົງກັບອົງການສົນທິສັນຍາອັດລັງຕິກເໜືອ (NATO) ກ່ຽວຂ້ອງເຖິງບັນຫາ Greenland.


TAG
VOV/VOVworld/ແດນ​ມາກ/Greenland.

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ