logo

ແດນສະຫວັນເມກ ຕ່າຊົວ - ຈຸດນັດພົບທົ່ວໂລກ 2026

2026/1/11 | 07:19:00
(VOVWORLD) - ທິວທັດທຳມະຊາດທີ່ຮົກເຮື້ອ, ວິຖີທີ່ປະຖົມປະຖານ ໄດ້ຊ່ວຍໃຫ້ ຕ່າຊົວ ກາຍເປັນສະຖານທີ່ຕາງໜ້າແຫ່ງໜຶ່ງດຽວຂອງ ຫວຽດນາມ ທີ່ນອນໃນບັນຊີລາຍຊື່ແນະນຳການທ່ອງທ່ຽວປີ 2026 ຂອງຊ່ອງໂທລະພາບ ອິນເດຍ NDTV
ຕ່າຊົວ ບໍ່ພຽງແຕ່ແມ່ນຊື່ເອີ້ນຂອງຈອມພູ, ຫາກຍັງແມ່ນເຂດພູພາປ່າໄມ້ທີ່ປົກຄຸມຕາແສງ ຕ່າຊົວ, ບ້ານ ເຈັວ ແລະ ຮ໊າງດົ່ງ, ດ້ວຍເນື້ອທີ່ກວ່າ 230 ກີໂລຕາແມັດ.
ຕ່າຊົວ ຫ່າງຈາກ ຮ່າໂນ້ຍ 240 ກີໂລແມັດ ແລະ ຫ່າງຈາກໃຈກາງ ມົກເຈົາ ກວ່າ 100 ກີໂລແມັດ. ຕັ້ງຢູ່ຄວາມສູງແຕ່ 1.500 – 1.800 ແມັດທຽບກັບໜ້ານ້ຳທະເລ, ຢູ່ທີ່ນີ້ ອຸນຫະພູມເຢັນສະບາຍຕະຫຼອດປີ. ແຕ່ເດືອນ ພະຈິກ ຫາເດືອນ ມີນາ ປີຕໍ່ມາ ແມ່ນຈຸດເວລາເໝາະສົມທີ່ສຸດເພື່ອຮັບຊົມເມກ, ໄປປີນພູ.
ທ່ານ ໂດ້ວັນຊຽມ, ປະທານຄະນະກຳມະການປະຊາຊົນຕາແສງ ຕ່າຊົວ ໃຫ້ຮູ້ວ່າ ປະຈຸບັນ ປະຊາຊົນ ແລະ ອຳນາດການປົກຄອງຢູ່ທີ່ນີ້ ລ້ວນແຕ່ມານະພະຍາຍາມຍູ້ແຮງການແນະນຳກ່ຽວກັບທິດທັດທຳມະຊາດ ແລະ ວັດທະນະທຳຂອງຊາວ ຕ່າຊົວ ໄປເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ.
ຫວ່າງມໍ່ໆມານີ້ແມ່ນການແຂ່ງຂັນແລ່ນ ເຊີນລາ Ultra Trail 100 ໄດ້ດຶງດູດນັກກິລາທີ່ມາຈາກ ຍີ່ປຸ່ນ, ລັດເຊຍ, ອາເມລິກາ, ແດນມາກ… ພ້ອມກັບນັກກິລາຢູ່ພາຍໃນປະເທດກວ່າ 1.000 ຄົນເຂົ້າຮ່ວມ.
ຕ່າຊົວ ແຍກອອກກັບຄວາມບົນແຊວຂອງບັນດາສູນທ່ອງທ່ຽວໃຫຍ່.
ຢ້ຽມຊົມບັນດາເຂດທົ່ງດອກໄມ້ສີມ່ວງຢູ່ທ່າມກາງເຂດພູພາປ່າໄມ້.
ຕ່າຊົວ, ແດນສະຫວັນຂອງເມກ, ເປັນຈຸດນັດພົບທົ່ວໂລກທີ່ພວມລໍຖ້າເພື່ອນໄປຄົ້ນຫາ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ