logo

ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ແມ່ນ ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ​ເຂົ້າ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ

2026/2/21 | 08:04:28
(VOVWORLD) - ສື່ມວນຊົນສາກົນ ແລະ ຫາງສຽງຕີລາຄາສູງ ເລື່ອງ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນສະມາຊິກສ້າງຕັ້ງຂອງສະພາສັນຕິພາບ ກ່ຽວກັບເຂດກາຊາ ແລະ ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມຄັ້ງນີ້.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈຸງ  (ພາບ: VOV)

ສິ່ງນີ້ໂດຍທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈຸງ ຢັ້ງຢືນເມືອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນຂອງການເດີນທາງໄປເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ ຢູ່ອາເມລິກາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ. ທ່ານເລຮວ່າຍຈຸງ ຊີ້ແຈ້ງວ່າການເດີນທາງໄປປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບກ່ຽວກັບເຂດກາຊາ ຢັ້ງຢືນ ຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ແລະ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ການແກ້ໄຂບັນດາບັນຫາລວມ ຂອງພາກພື້ນ ແລະ ສາກົນ, ຊຸກຍູ້ການພົວພັນ ຂອງ ຫວຽດນາມ ກັບບັນດາປະເທດເຈົ້າພາບ ແລະ ບັນດາຄູ່ຮ່ວມມືສາກົນ, ໃນນັ້ນມີບັນດາປະເທດຢູ່ພາກພື້ນຕາເວັນອອກກາງ.

ທ່ານລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວາ ສື່ມວນຊົນສາກົນ ແລະ ຫາງສຽງຕີລາຄາສູງ ເລື່ອງ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນສະມາຊິກສ້າງຕັ້ງຂອງສະພາສັນຕິພາບ ກ່ຽວກັບເຂດກາຊາ ແລະ ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມຄັ້ງນີ້. ການເຂົ້າຮ່ວມຂອງ ຫວຽດນາມ ສະແດງໃຫ້ເຫັນແນວທາງການຕ່າງປະເທດຂອງ ຫວຽດນາມ ແມ່ນປາດຖະໜາຢາກ ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກ ກໍ່ຄືການຮັບຮູ້ ແລະ ຄວາມເຄົາລົບຂອງ ສາກົນຕໍ່ຖານະບົດບາດຂອງ ຫວຽດນາມ ແລະ ຄວາມສາມາດປະກອບສ່ວນຂອງ ຫວຽດນາມ.


TAG
VOV/VOVworld/ຫວຽດ​ນາມ/ອາ​ເມ​ລິ​ກາ/ສາ​ກົນ/ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ