logo

ແນະນຳ 145 ທ່ານຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດສະເພາະກິດຊຸດທີ 16

2026/1/8 | 11:07:33
(VOVWORLD) -  ບັນດາສະມາຊິກສະພາແຫ່ງຊາດໄດ້ພິຈາລະນາ, ເປັນເອກະພາບແນະນຳ ບຸກຄະລາກອນ 145 ທ່ານຮັບສະໝັກເປັນສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດຊຸດທີ 16 ຢູູ່ສູນກາງ
(ທີ່ກອງປະຊຸມ)

       ຕອນບ່າຍວັນທີ 08 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳອົງຄະນະພັກສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ, ປະກອບຄຳເຫັນເລື່ອງແນະນຳບຸກຄະລາກອນຮັບສະໝັກເປັນສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດຊຸດທີ 16 ຢູູ່ສູນກາງ.

        ບັນດາສະມາຊິກສະພາແຫ່ງຊາດໄດ້ພິຈາລະນາ, ເປັນເອກະພາບແນະນຳ ບຸກຄະລາກອນ 145 ທ່ານຮັບສະໝັກເປັນສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດຊຸດທີ 16 ຢູູ່ສູນກາງ, ລວມມີທັງບັນດາຜູ້ໄດ້ຮັບການແນະນຳຄືນໃໝ່ ແລະ ຮັບສະໝັກເລືອກຕັ້ງເປັນຄັ້ງທຳອິດ, ເພື່ອເປັນພື້ນຖານດຳເນີນກອງປະຊຸມຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງຢູ່ບ່ອນເຮັດວຽກ ແລະ ແຈ້ງໃຫ້ບັນດາສ່ວນບຸກຄົນ ເພື່ອຜັນຂະຫຍາຍການເຮັດລະບຽບການຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດສະເພາະກິດຊຸດທີ 16 ຢູ່ສູນກາງ.

TAG
VOV/VOVworld/ພິ​ຈາ​ລະ​ນາ/​ເອ​ກະ​ພາບ/​ແນະ​ນຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ