logo

ແນະ​ນຳ​ການ​ຕອບ​ຄຳ​ຖາມຂໍ້ທີ 5

2025/5/26 | 07:10:03
(VOVWORLD) -      ໃນບັນດາລາຍການອື່ນ, ພວກຂ້າພະເຈົ້າໄດ້ແນະນຳການຕອບຄຳຖາມແຕ່ຂໍ້ທີ 1 ຫາຂໍ້ທີ 4 ຂອງການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ແລ້ວ. ມື້ນີ້, ພວກຂ້າພະເຈົ້າຈະແນະນຳການຕອບຄຳຖາມຂໍ້ທີ 5 ແລະ ກໍແມ່ນຂໍ້ສຸດທ້າຍຂອງການເສັງ.

   ຄຳຖາມຂໍ້ທີ 5 ລວມມີ 3 ເນື້ອໃນ, ໃນນັ້ນ ມີຕອນຖາມວ່າ: ຕາມເພື່ອນແລ້ວ, ວິທະຍຸກະຈາຍສຽງ ຫວຽດນາມ ຕ້ອງປັບໃຫ້ເຂົ້າກັບການຫັນປ່ຽນທາງເຕັກໂນໂລຊີ ຄືແນວໃດ ເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການຂອງທ່ານຜູ້ຟັງສາກົນ ແລະ ສ້າງຂີດໝາຍແຫ່ງການພັດທະນາໃໝ່ໃນປະຫວັດສາດກະຈາຍສຽງຂອງຕົນ? ເພື່ອນສາມາດເຂົ້າອ່ານບັນດາບົດຂຽນທີ່ມີຫົວຂໍ້ ກະຈາຍສຽງ ໃນສັງກາດນະວັດຕະກຳ” (ວັນທີ 13 ກຸມພາ 2025). ຜ່ານບົດຂຽນ, ທ່ານຈະເຫັນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີການປ່ຽນແປງໃໝ່, ຕັ້ງໜ້າຫັນເປັນດີຈີຕອນຢ່າງບໍ່ຢຸດຢັ້ງ ເພື່ອໄປທັນກັບທ່າອ່ຽງຂອງຍຸກສະໄໝ. ນອກຈາກບົດຂຽນດັ່ງກ່າວ, ທ່ານກໍສາມາດທາບທາມບັນດາຂໍ້ມູນກ່ຽວທີ່ຂ້ອງເຖິງວິທະຍຸກະຈາຍສຽງ ຫວຽດນາມ ໃນເວັບໄຊ vovworld.vn  ຕື່ມອີກ.

        ດ້ວຍບັນດາເນື້ອໃນອື່ນໆໃນຄຳຖາມນີ້, ຄະນະຈັດຕັ້ງເຊື່ອໝັ້ນວ່າ ດ້ວຍຄວາມຮັກ, ຄວາມສົນໃຈຂອງທ່ານທີ່ມີຕໍ່ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານຈະມີຄຳຕອບທີ່ຈັບອົກຈັບໃຈ. ຈົ່ງແບ່ງປັນແນວຄວາມຄິດ, ຄວາມຮູ້ສຶກຂອງທ່ານກັບພວກຂ້າພະເຈົ້າ. ນັ້ນຈະແມ່ນຄຳເຫັນປະກອບທີ່ຊ່ວຍໃຫ້ພວກຂ້າພະເຈົ້ານັບມື້ນັບພັດທະນາດີກວ່າ ແລະ ນັ້ນກໍແມ່ນການລະດົມກຳລັງໃຈຢ່າງໃຫຍ່ຫຼວງ, ຊ່ວຍໃຫ້ພວກຂ້າພະເຈົ້າມີກຳລັງໜູນສືບຕໍ່ຂະບວນວິວັດນຳ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບທ່ານຜູ້ຟັງ, ຜູ້ອ່ານໃນທົ່ວໂລກ.

        ຫວັງວ່າ ທ່ານຈະພ້ອມກັບພວກຂ້າພະເຈົ້າແນະນຳການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ 2025 ນີ້ ໃຫ້ຜູ້ຟັງຜູ້ອ່ານຫຼາຍໆຄົນອີກ.

            ຂໍອວຍພອນໃຫ້ທ່ານຈົ່ງຂຽນບົດເສັງໄດ້ເປັນຢ່າງດີ ແລະ ຍາດໄດ້ລາງວັນສູງໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025.

         ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ!

TAG
VOV/VOVworld/ຄຳ​ຖາມ​ຂໍ້​ທີ 5/ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ/ເພື່ອນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ