ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຕໍ່ຄຳອວຍພອນໄຊອັນປະເສີດຂອງທ່ານຜູ້ຟັງທຸກໆທ່ານ. ຂໍພອນໄຊມາຍັງທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນຊີວິດ, ສືບຕໍ່ເປັນເພື່ອນຜູ້ຟັງລາຍການກະຈາຍສຽງຂອງ VOV ເປັນປະຈຳ ແລະ ຕະຫຼອດໄປ.
ຈົດໝາຍສະບັບທຳອິດ ແມ່ນຂອງເພື່ອນ ແກ້ວມະນີ, ຢູ່ນະຄອນຫຼວງ ວຽງຈັນ, ລາວ. ເພື່ອນ ແກ້ວມະນີ ໄດ້ສົ່ງຄຳຢື້ຢາມຖາມຂ່າວກ່ຽວກັບສະພາບການໂລກລະບາດຢູ່ ຫວຽດນາມ ແລະ ແບ່ງປັນກ່ຽວກັບສະພາບການໂລກລະບາດຢູ່ ລາວ ອີກດ້ວຍ. ເພື່ອນໃຫ້ຮູ້ວ່າ: ອາທິດຜ່ານມາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນຢູ່ ລາວ ກໍມີທ່າອ່ຽງກັບມາເພີ່ມຂຶ້ນຄືນໃໝ່. ສະນັ້ນ, ບັນດາແຂວງ, ນະຄອນຂອງ ລາວ ກໍພວມເພີ່ມທະວີມາດຕະການຕ່າງໆເພື່ອຄວບຄຸມໂລກລະບາດ”.
ເພື່ອນ ແກວ້ມະນີ ທີ່ຮັກແພງ! ຂອບໃຈເພື່ອນທີ່ໄດ້ສົ່ງຈົດໝາຍມາຢື້ຢາມຖາມຂ່າວ ກໍຄືແບ່ງປັນກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ ລາວ ໃຫ້ພວກຂ້າພະເຈົ້າຮັບຊາບ. ບໍ່ພຽງແຕ່ຢູ່ ຫວຽດນາມ ແລະ ລາວ ເທົ່ານັ້ນ, ປັດຈຸບັນ, ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນທົ່ວໂລກ. ເຖິງຢ່າງໃດກໍຕາມ, ຢູ່ ຫວຽດນາມ, ຕາມແຈ້ງການຂອງຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນວັນທີ 11 ກັນຍາ ແລ້ວ, ຫວຽດນາມ ພວມຄວບຄຸມໂລກລະບາດໄດ້ໂດຍພື້ນຖານ, ອັດຕາຜູ້ຕິດເຊື້ອໃໝ່ໃນຊຸມຊົນໃນອາທິດຜ່ານມາກໍຫຼຸດລົງ, ພິເສດ, ອັດຕາຜູ້ຕິດເຊື້ອໂຄວິດ - 19 ຢູ່ເຂດມີຄວາມສ່ຽງສູງເປັນຕົ້ນແມ່ນຢູ່ນະຄອນ ໂຮ່ຈີມິນ ໄດ້ຫຼຸດລົງຢ່າງເຫັນໄດ້ຊັດ. ປັດຈຸບັນ, ຫວຽດນາມ ພວມເພີ່ມທະວີຈັດຕັ້ງການກວດຫາເຊື້ອໄວຣັດ ໃນວົງກວ້າງ, ເພີ່ມທະວີວຽກງານການທູດວັກຊິນ ແລະ ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃນວົງກວ້າງ, ຖືວັກຊິນເປັນກຸນແຈເພື່ອຄວບຄຸມໂລກລະບາດ ແລະ ຟື້ນຟູເສດຖະກິດ. ພິເສດ, ຢູ່ 5 ແຂວງ, ນະຄອນ ທີ່ມີຈຳນວນຜູ້ຕິດເຊື້ອສູງຄື ໂຮ່ຈີມິນ, ບິ່ງເຢືອງ, ລອງອານ, ດົ່ງນາຍ ແລະ ຮ່າໂນ້ຍ ພວມຈັດການສັກວັກຊິນໃຫ້ແກ່ປະຊາຊົນທຸກຄົນທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ປະຕິບັດ ການສັກເຂັມທຳອິດ ໃຫ້ສຳເລັດກ່ອນວັນທີ 15 ກັນຍາ 2021 ເພື່ອນຳການເຄື່ອນໄຫວເສດຖະກິດ - ສັງຄົມກັບມາເຄື່ອນໄຫວເປັນປົກກະຕິໃນສະພາບການໃໝ່.
ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນສະພາບການໂລກລະບາດໂດຍລວມຢູ່ ຫວຽດນາມ. ພວກຂ້າພະເຈົ້າປາດຖະໜາວ່າ, ສະພາບການຢູ່ ລາວ ກໍ່ຈະມີສັນຍານດີຂຶ້ນ ແລະຍູ້ຖອຍໂດຍໄວໄດ້. ຂໍອວຍພອນໃຫ້ເພື່ອນ ແກວ້ມະນີ ແລະ ທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີແຕ່ຄວາມສະຫງົບສຸກ
ຈົດໝາຍສະບັບຕໍ່ໄປ ແມ່ນຂອງເພື່ອນ ສົມເພັດ ທີ່ຝາກມາຈາກ ວຽງຈັນ ເຊັ່ນດຽວກັນ. ເພື່ອນ ສົມເພັດ ໄດ້ຖາມວ່າ: ມີວັກຊິນກັນພະຍາດໂຄວິດ - 19 ຊະນິດໃດແດ່ ທີ່ອະນຸຍາດໃຫ້ນຳໃຊ້ຢູ່ ຫວຽດນາມ?
ເພື່ອນ ສົມເພັດ ທີ່ຮັກແພງ! ໄລ່ມາຮອດປັດຈຸບັນນີ້, ມີວັກຊິນກັນພະຍາດໂຄວິດ - 19 ຈຳນວນ 6 ຊະນິດ ທີ່ກະຊວງສາທາລະນະສຸກ ຫວຽດນາມ ອະນຸຍາດໃຫ້ນຳໃຊ້ເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຮີບດ່ວນ ເຊັ່ນ ວັກຊິນ AstraZeneca, Sputnik V, Vero Cell ຂອງ Sinopharm, Pfizer, Moderna ແລະ Jassen. ແຕ່ Jassen ນັ້ນມາຮອດປັດຈຸບັນ, ຫວຽດນາມ ຍັງບໍ່ທັນໄດ້ຮັບ ເທື່ອ.
ຕໍ່ໄປແມ່ນຈົດໝາຍຂອງນັກສຶກສາ ກຳປູເຈຍ - ເພື່ອນ Heng Vuthy ສົ່ງມາຍັງ VOV5. ເພື່ອນ Heng Vuthy ສະແດງຄວາມປະທັບໃຈຕໍ່ພາບຖ່າຍ “ການຫາປາຢູ່ປ່າຊາຍເລນ” ຂອງຊ່າງຖ່າຍຮູບ ຫວຽດນາມ ທີ່ຫາກໍໄດ້ຮັບລາງວັນທີໜຶ່ງໃນການປະກວດພາບຖ່າຍສາກົນ Drone Photo Awards 2021 ແລະ ຢາກມີຄວາມເຂົ້າໃຈຕື່ມອີກກ່ຽວກັບການປະກວດ ແລະນັກຖ່າຍຮູບຜູ້ນີ້.
ພາບຖ່າຍ “ການຫາປາຢູ່ປ່າຊາຍເລນ” ຂອງ ທ່ານ ຟ້າມຮຸຍຈູງ |
ເນື້ອໃນດັ່ງກ່າວກໍໄດ້ປິດທ້າຍລາຍການ ໂອ້ລົມກັບເພື່ອນລາວ ໃນມື້ນີ້ແລ້ວ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.




