(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວ 362 ສະບັບແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດແລະເຂດແຄວ້ນ, ໃນນັ້ນລາຍການພາກພາສາລາວໄດ້ຮັຈົດໝາຍ 12 ສະບັບດ້ວຍຫຼາຍຄຳແບ່ງປັນແລະຄຳຖາມທີ່ຈັບອົກຈັບໃຈກ່ຽວກັບບັນດາແນວຄວາມຄິດທີ່ມີຫົວຄິດປະດິດສ້າງຂອງຫວຽດນາມໃນໄລຍະເກີດໂລກລະບາດໂຄວິດ - 19.
ຂ່າວ, ບົດກ່ຽວກັບບັນດາການເຄື່ອນໄຫວທາງການທູດ, ການພົບປະແລກປ່ຽນ ແລະ ການຊ່ວຍເຫຼືອລະຫວ່າງສອງຝ່າຍ ຫວຽດນາມ ແລະ ລາວ ຍາມໃດກໍແມ່ນຫົວຂໍ້ທີ່ດຶງດູດຄວາມສົນໃຈຈາກທ່ານຜູ້ຟັງເປັນຈຳນວນຫຼາຍ, ພິເສດແມ່ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ເຖິງວ່າ ເຫດການດັ່ງກ່າວຜ່ານໄປໄດ້ 2 ອາທິດ ແລ້ວກໍຕາມ ແຕ່ທາງລາຍການພາກພາສາ ລາວ ຍັງສືບຕໍ່ໄດ້ຮັບຈົດໝາຍຂອງທ່ານຜູ້ຟັງ ຫງວຽນແທັງຫາຍ ຢູ່ ແຂວງ ບັກຢາງ ທີ່ມີຄວາມສົນໃຈກ່ຽວກັບເຫດການດັ່ງກ່າວ, ເພິ່ນໄດ້ຂຽນມາວ່າ: “ຂອບໃຈທາງລາຍການພາກພາສາລາວ ທີ່ໄດ້ໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວໃນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢ່າງຄົບຖ້ວນ, ທັນການ ພ້ອມດ້ວຍຕົວເລກສະຖິຕິກ່ຽວກັບການເຄື່ອນໄຫວແລກປ່ຽນການຄ້າລະຫວ່າງສອງປະເທດອີກດ້ວຍ”.
ຈາກນັ້ນ, ທາງລາຍການພາກພາສາລາວ ຍັງໄດ້ຮັບການແບ່ງປັນຄວາມໃນໃຈຂອງ ທ່ານ ດາວວຽງ, ຢູ່ນະຄອນຫຼວງ ວຽງຈັນ ຫຼັງຈາກທີ່ທ່ານຮັບຊົມພາບສາລະຄະດີ “ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູດນັກທ່ອງທ່ຽວສາກົນ”. ທ່ານ ດາວວຽງ ໄດ້ແບ່ງປັນວ່າ: “ຫວຽດນາມ ມີຫຼາຍທັດສະນີສະພາບທີ່ສວຍງາມແທ້! ຂ້າພະເຈົ້າໄດ້ໄປທ່ຽວ ຮ່າໂນ້ຍ ແລະ ຮະລອງແລ້ວ, ງາມອີຫຼີ. ຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໄປໂດຍໄວ ເພື່ອໃຫ້ຂ້າພະເຈົ້າ ກໍຄືນັກທ່ອງທ່ຽວຄົນອື່ນມີໂອກາດໄດ້ໄປຄົ້ນຫາບັນດາສະຖານທີ່ທ່ອງທ່ຽວທັງໝົດໃນພາບສາລະຄະດີນີ້”.
ນາຂັ້ນໄດ ໝູ່ກາງຈ໋າຍແຂວງ ອຽນບ໋າຍ |
ຕໍ່ໄປ ແມ່ນຄຳຖາມຂອງເພື່ອນ ຄຳພັນ ຢູ່ນະອນຫຼວງ ວຽງຈັນ. ເພື່ອນໄດ້ແບ່ງປັນວ່າ ພາຍຫຼັງທີ່ຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn ແລະ ສື່ສັງຄົມອອນລາຍ, ເພື່ອນມີຄວາມປະທັບໃຈຫຼາຍຕໍ່ຈິດໃຈສາມັກຄີ ແລະ ຫົດຄິດປະດິດສ້າງຂອງ ຫວຽດນາມ. ແລະ ຫວ່າງມໍ່ໆມານີ້ແມ່ນຜະລິດຕະພັນ ກາບິນສົ່ງຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ - 19 ຂອງ ມະຫາວິທະຍາໄລ ດ່າໜັງ. ເພື່ອນຢາກໃຫ້ເອື້ອຍອ້າຍບັນນາທິການຂອງລາຍການພາກພາສາ ລາວ ແນະນຳລະອຽດກວ່າກ່ຽວກັບຜະລິດຕະພັນດັ່ງກ່າວ.
ກາບິນສົ່ງຄົນເຈັບຕິດທີ່ເຊື້ອໂຄວິດ - 19 (ພາບ: giaoducvietnam) |
ລົດໂອໂຕສະມາດ VF e36 (ພາບ: VinFast) |
ກ່ຽວກັບການຈຳໜ່າຍລົດໂອໂຕຢູ່ຕະຫຼາດຕ່າງປະເທດ, ນອກຈາກຕະຫຼາດ ລາວ ແລ້ວ, ວັນທີ 12 ກໍລະກົດ ຜ່ານມາ, ບໍລິສັດ VinFast ໄດ້ເປີດຕົວ ແລະ ເລີ່ມນຳບັນດາສາຂາ ປະຈຳ ອາເມລິກາ, ການາດາ, ຝລັ່ງ, ເຢຍລະມັນ ແລະ ໂຮນລັງ ເຂົ້າເຄື່ອນໄຫວຢ່າງເປັນທາງການ, ເພື່ອແນໃສ່ກະກຽມແກ່ການເປີດຕົວບັນດາຜະລິດຕະພັນລົດໂອໂຕສະມາດ, ປະຕິບັດເປົ້າໝາຍ ນຳ VinFast ກາຍເປັນ ຍີ່ຫໍ້ລົດໂອໂຕສະມາດອອກສູ່ທົ່ວໂລກ. ຕາມແຜນການແລ້ວ, ໃນເດືອນ ມີນາ 2022 ນີ້, VinFast ຈະຂາຍລົດໂອໂຕສະມາດ VF e35 ແລະ VF e36 ໃນທົ່ວໂລກ. ນີ້ແມ່ນລົດໂອໂຕ SUV ໄຟຟ້າ ທີ່ຕອບສະໜອງໄດ້ບັນດາມາດຕະຖານຄວາມປອດໄພສູງສຸດຂອງ ກົມຄຸ້ມຄອງຄວາມປອດໄພໃນການຈະລາຈອນ (NHTSA) ແລະ ອົງການຕີລາຄາຄວາມປອດໄພຂອງ ລົດຍົນ ເອີຣົບ (EURO NCAP).
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.




