logo

ແບບ​ຢ່າງ​ແກ່​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ຄວາມ​ສາ​ມັກ​ຄີ ຫວຽດ​ນາມ - ລາວ

2024/11/20 | 08:22:05
(VOVWORLD) -   ຕອນຄ່ຳວັນທີ 19 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ບໍລິສັດ Star Telecom (Unitel), ຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ແລະ Lao Asia Telecom ຂອງກະຊວງປ້ອງກັນປະເທດ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງການຜັນຂະຫຍາຍການເຄື່ອນໄຫວດຳເນີນທຸລະກິດຢູ່ ລາວ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຈັນສະໝອນ ຈັນຍະລາດ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ຂອງປະທານປະເທດ ແຫ່ງ ສປປ. ລາວ ໃຫ້ແກ່ Unitel (ພາບ: TTXVN)

ພາຍຫຼັງ  15 ປີແຫ່ງການດຳເນີນທຸລະກິດ, Unitel ໄດ້ກາຍເປັນວິສາຫະກິດໂທລະຄົມມະນາຄົມໃຫຍ່ສຸດຢູ່ ລາວ ນັບທັງກ່ຽວກັບຈຳນວນຜູ້ຊົມໃຊ້ການບໍລິການ, ລາຍຮັບ ແລະ ພື້ນຖານໂຄງລ່າງເຄືອຂ່າຍ, ແມ່ນໜຶ່ງໃນບັນດາບໍລິສັດທີ່ມີການປະກອບສ່ວນງົບປະມານຫຼາຍສຸດ, ໂດຍລັດຖະບານ ແລະ ກະຊວງປ້ອງກັນປະເທດສອງປະເທດຮັບຮູ້ວ່າເປັນແບບຢ່າງທີ່ປະສົບຜົນສຳເລັດກ່ຽວກັບການຮ່ວມມືອັນດີງາມລະຫວ່າງສອງປະເທດ ລາວ - ຫວຽດນາມ. Unitel ຢືນອັນດັບທີ 1 ກ່ຽວກັບພື້ນຖານໂຄງລ່າງທາງເຄືອຂ່າຍ, ນຳລາວ ກາຍເປັນໜຶ່ງໃນບັນດາປະເທດມີພື້ນຖານໂຄງລ່າງໂທລະຄົມມະນາຄົມດີທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ດຳເນີນທຸລະກິດຕິດພັນກັບຄວາມຮັບຜິດຊອບສັງຄົມ, Unitel ແມ່ນວິສາຫະກິດທີ່ເສຍອາກອນ ແລະ ສ້າງລາຍຮັບເຂົ້າງົບປະມານອັນດັບທີ 2 ຢູ່ ລາວ, ທີໜຶ່ງແມ່ນໃນກຸ່ມໂທລະຄົມມະນາຄົມ, ແກ້ໄຂບັນຫາວຽກເຮັດງານທຳຫຼາຍທີ່ສຸດຢູ່ ລາວ, ດ້ວຍແຮງງານເກືອບ 30.000 ຄົນ. ງົບປະມານທັງໝົດທີ່ຮັບໃຊ້ໃຫ້ແກ່ການເຄື່ອນໄຫວອຸປະຖຳ ແລະ ການກຸສົນໂດຍສະໝັກໃຈຂຶ້ນເຖິງ 30 ລ້ານ USD.

        ທີ່ພິທີ, ຕາງໜ້າໃຫ້ລັດຖະບານ ລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ຈັນສະໝອນ ຈັນຍະລາດ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ຂອງປະທານປະເທດ ແຫ່ງ ສປປ. ລາວ ໃຫ້ແກ່ Unitel. ຕາງໜ້າລັດຖະບານ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ ໄດ້ມອບຫຼຽນໄຊແຮງງານຊັ້ນ 2 ຂອງ ປະທານປະເທດ ຫວຽດນາມ ໃຫ້ແກ່ Unitel. ໃນຂອບເຂດພິທີສະເຫຼີມສະຫຼອງ, Unitel ໄດ້ເປີດການນຳໃຊ້ການບໍລິການ  5G, ເຊິ່ງເປັນຂີດໝາຍ ລາວ ກາຍເປັນຕະຫຼາດທີ 3 ຂອງ Viettel ຫັນການບໍລິການ 5G ເປັນການຄ້າໃນປີນີ້.

TAG
VOV/VOVworld/Unitel/ຫຼຽນ​ໄຊ​ແຮງ​ງານ/ໂທ​ລະ​ຄົມ​ມະ​ນາ​ຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ