logo

ແມ່ຂອງ: ແມ່ນ້ຳແຫ່ງການຮ່ວມມື ແລະ ພັດທະນາ

2018/3/29 | 10:34:32
(VOVWORLD) -ເນື່ອງໃນໂອກາດ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດອະນຸພາກພື້ນແມ່ຂອງເປີດກ້ວາງ (GMS) ຄັ້ງທີ 6 ແລະ ກອງປະຊຸມສຸດຍອດກ່ຽວກັບເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 10,
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາວຽກງານກະກຽມໃຫ້ກອງປະຊຸມສຸດ ຍອດ GMS 6 ແລະ ກອງປະຊຸມສຸດຍອດ CLV10

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີບົດຂຽນດ້ວຍຫົວຂໍ້ວ່າ “ແມ່ຂອງ: ແມ່ນ້ຳແຫ່ງການຮ່ວມມື ແລະ ພັດທະນາ”.

        ໃນບົດຂຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ບັນດາກົນໄກຮ່ວມມືແມ່ຂອງ ໄດ້ມີບັນດາການປະກອບສ່ວນສຳຄັນສຳລັບການພັດທະນາຂອງພາກພື້ນ. ບັນດາຂອບເຂດການຮ່ວມມືແມ່ຂອງ ແມ່ນເວທີປາໄສເພື່ອໃຫ້ບັນດາປະເທດໃນພາກພື້ນແມ່ຂອງປັບປຸງຄວາມໄວ້ເນືື້ອເຊື່ອໃຈ, ເພີ່ມທະວີການເຈລະຈາ. ພ້ອມກັນນັ້ນ, ບັນດາກົນໄກຮ່ວມມືແມ່ຂອງ ກໍ່ປະກອບສ່ວນຢ່າງແທດຈິງໃຫ້ການເຊື່ອມຕໍ່ໃນພາກພື້ນ, ຊຸກຍູ້ວິວັດທະນາການຮ່ວມສຳພັນດ້ານເສດຖະກິດຂອງບັນດາປະເທດແມ່ຂອງ, ຮັດແຄບຊ່ອງຫວ່າງການພັດທະນາ ແລະ ຍົກສູງຄຸນນະພາບດ້ານຊີວິດການເປັນຢູ່ຂອງປະຊາຊົນ.

        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ໃນແຜນສັງລວມ, ພາກພື້ນແມ່ຂອງແມ່ນ “ພາກພື້ນຄວາມໝັ້ນຄົງ ແລະ ພັດທະນາ” ໂດຍກົງຂອງ ຫວຽດນາມ ແລະ ການຮ່ວມມືແມ່ຂອງໄດ້ຜັນຂະຫຍາຍຢູ່ ຫວຽດນາມ ເຊິ່ງນຳໃຫ້ຜົນປະໂຫຍດລະອຽດຫລາຍຢ່າງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ຕັ້ງໜ້າເຂົ້າໃນທຸກຂອບເຂດການຮ່ວມມືແມ່ຂອງ, ພ້ອມກັບບັນດາສະມາຊິກສ້າງກົນໄກເຮັດວຽກຢ່າງມີປະສິດທິຜົນ, ເສີມຂະຫຍາຍທ່າແຮງຂອງບັນດາຝ່າຍເຂົ້າຮ່ວມ ແລະ ຕອບສະໜອງຄວາມຕ້ອງການພັດທະນາຂອງພາກພື້ນ. ພ້ອມກັນນັ້ນ, ໃນການຮ່ວມມືເຂດສາມຫຼ່ຽມພັດທະນາ CLV, ຫວຽດນາມ ກໍ່ໄດ້ມີບັນດາການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນ.

TAG
VOV/VOVworld/ແມ່ນ້ຳແຫ່ງການຮ່ວມມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ