![]() |
ດ້ວຍເປົ້າໝາຍກາຍເປັນ “ເຮືອນຄົວຂອງໂລກ”, ປະເທດ ໄທ ພວມຊຸກຍູ້ບັນດານະໂຍບາຍພັດທະນາ Soft power (ກຳລັງແຮງດຶງດູດທາງດ້ານວັດທະນະທຳ) ໃນຂົງເຂດອາຫານການກິນຢ່າງບໍ່ຢຸດຢັ້ງ. ໜຶ່ງໃນຈຳນວນໂຄງການນີ້ແມ່ນ ໂຄງການ “ໜຶ່ງໝູ່ບ້ານ ໜຶ່ງພໍ່ຄົວ/ແມ່ຄົວອາຫານໄທ” (OFOS) ດ້ວຍຄາດຫວັງບຳລຸງສ້າງ ແລະ ສະໜອງຖັນແຖວພໍ່ຄົວ/ແມ່ຄົວ ໄທ ທີ່ເປັນມືອາຊີບ, ມີຫຼາຍ ແລະ ບັນລຸມາດຕະຖານໃຫ້ແກ່ໂລກ.
ໃນບໍລິເວນສູນການຮຽນຮູ້ມໍລະດົກອາຫານຂອງ ໄທ, ຂຶ້ນກັບສະຖາບັນອາຫານແຫ່ງຊາດ (NFI), ແມ່ຄົວ ເຈ້ໄຝ (Jay Fai), ເຈົ້າຂອງຮ້ານອາຫານແຄມຖະໜົນ ເຈ້ໄຝ ພວມສາທິດເຕັກນິກການແຕ່ງເຍື່ອງອາຫານ “ໄຂ່ຈຽວປູ” ທີ່ບັນລຸດາວ Michellin ທີ່ມີຊື່ສຽງ ຕໍ່ນັກສຳມະນາກອນທີ່ເຂົ້າຮ່ວມໂຄງການ “ໜຶ່ງໝູ່ບ້ານ ໜຶ່ງພໍ່ຄົວ/ແມ່ຄົວອາຫານໄທ” ເປັນຈຳນວນຫຼາຍ. ນີ້ແມ່ນໜຶ່ງໃນຈຳນວນເຍື່ອງອາຫານ 50 ຢ່າງທີ່ເປັນເອກະລັກສະເພາະຂອງ ໄທ ທີ່ບັນດານັກສຳມະນາກອນມີໂອກາດຮຽນວິທີປຸງແຕ່ງ ເມື່ອເຂົ້າຮ່ວມໂຄງການດັ່ງກ່າວ. ແບ່ງປັນກ່ຽວກັບເຍື່ອງອາຫານນີ້, ແມ່ຄົວ ເຈ້ໄຝ ໃຫ້ຮູ້ວ່າ:
(ແມ່ຄົວ ເຈ້ໄຝ)
ໃນໂຄງການ “ໜຶ່ງໝູ່ບ້ານ ໜຶ່ງພໍ່ຄົວ/ແມ່ຄົວອາຫານໄທ” ແມ່ນເພື່ອແນໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດອາຫານການກິນທີ່ແກ່ຍາວເປັນເວລາ 4 ປີ ຮອດປີ 2027, ປະຊາຊົນ ໄທ ໃນເກນອາຍຸແຕ່ 18 ປີຂຶ້ນໄປ ມາຈາກປະມານ 78.000 ໝູ່ບ້ານອາຊີບໃນທົ່ວປະເທດ ຈະໄດ້ສົ່ງເສີມເຂົ້າຮ່ວມບັນດາຊຸດຮຽນພັດທະນາທັກສະດ້ານອາຫານການກິນ ດ້ວຍຄວາມຫວັງຈະບຳລຸງສ້າງບັນດາພໍ່ຄົວແມ່ຄົວອາຫານໄທ ທີ່ມີເປັນມືອາຊີບ ສະໜອງໃຫ້ຕະຫຼາດທົ່ວໂລກ. ທ່ານ ຊຸມພົນ ແຈ້ງໄພ (Chumphol Jangprai), ຫົວໜ້າພໍ່ຄົວ, ປະທານອະນຸກຳມະການຊຸກຍູ້ຂະແໜງອຸດສາຫະກຳອາຫານໄທ, ໃຫ້ຮູ້ວ່າ:
(ທ່ານ ຊຸມພົນ ແຈ້ງໄພ)
(ບັນດາຊຸດບຳລຸງສ້າງ ແລະ ຍົກສູງທັກສະເຕັກນິກດ້ານອາຫານການກິນ ໄທ ໃນຂອບເຂດໂຄງການ ໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າ ແລະ ທາງໄກໂດຍບໍ່ເກັບຄ່າ) |
ບັນດາຊຸດບຳລຸງສ້າງ ແລະ ຍົກສູງທັກສະເຕັກນິກດ້ານອາຫານການກິນ ໄທ ໃນຂອບເຂດໂຄງການ ໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າ ແລະ ທາງໄກໂດຍບໍ່ເກັບຄ່າ, ໂດຍບັນດາສະຖາບັນການສຶກສາໃນທົ່ວເຂດພາກຂອງ ໄທ ສະໜອງດ້ວຍແຫຼ່ງອຸປະຖຳຂອງລັດຖະບານ. ຢູ່ນະຄອນຫຼວງ ບາງກອກ, ບັນດາຊຸດຮຽນໄດ້ຈັດຂຶ້ນຢູ່ສູນຮຽນຮູ້ມໍລະດົກອາຫານໄທ, ຂຶ້ນກັບສະຖາບັນອາຫານແຫ່ງຊາດ (NFI). ທ່ານນາງ ຍຸວະພາ ໃຈບຸນ, ຜູ້ອຳນວຍການ NFI, ໃຫ້ຮູ້ວ່າ ບັນດານັກສຳມະນາກອນຈະໄດ້ຮຽນເຄັດລັບການປຸງແຕ່ງອາຫານແບບດັ້ງເດີມ, ນັບແຕ່ບັນດາສູດປຸງແຕ່ງອາຫານພະລາສະວັງໃນເມື່ອກ່ອນ ຕະຫຼອດຮອດບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ, ເຕັກນິກການປຸງແຕ່ງເຍື່ອງອາຫານໃຫ້ແຊບ ແລະ ການເລືອກແຫຼ່ງວັດຖຸດິບທີ່ມີຄຸນນະພາບດີ.
“ໂຄງການນີ້ຈະຊ່ວຍຍົກລະດັບໃຫ້ພໍ່ຄົວແມ່ຄົວອາຫານໄທ, ເຮັດໃຫ້ເຂົາເຈົ້າກາຍເປັນບັນດາຜູ້ມີຜົນສະທ້ອນ ແລະ ປະກອບສ່ວນໂຄສະນາ, ນຳອາຫານການກິນຂອງ ໄທ ອອກສູ່ໂລກ. ແຕ່ລະຊຸດຮຽນຢູ່ສູນແຫ່ງນີ້ ລວມມີການຮຽນທິດສະດີ 90 ຊົ່ວໂມງ ແລະ ລົງປະຕິບັດຕົວຈິງ 150 ຊົ່ວໂມງ ໃຫ້ສຳລັບເມນູອາຫານ 50 ເຍື່ອງ. ບັນດານັກສຳມະນາກອນຈະຕ້ອງເຂົ້າຮ່ວມການທົດສອບ ແລະ ຮັບໃບຢັ້ງຢືນພາຍຫຼັງຮຽນຈົບ ເພື່ອສາມາດກາຍເປັນພໍ່ຄົວແມ່ຄົວມືອາຊີບ ທີ່ໄດ້ຮັບອະນຸຍາດເຮັດວຽກຢູ່ບັນດາຮ້ານອາຮານຢູ່ ໄທ ກໍຄືຢູ່ຕ່າງປະເທດ”.
ນອກຈາກການບຳລຸງສ້າງບັນດາພໍ່ຄົວແມ່ຄົວແລ້ວ, ໂຄງການຍັງຈັດບັນດາຊຸດບຳລຸງສ້າງພໍ່ຄົວແມ່ຄົວຄຸ້ມຄອງບໍລິຫານ ແລະ ຊຸດຮຽນ “ນັກທຸລະກິດຮ້ານອາຫານ ໄທ”. ຜ່ານໂຄງການ “ໜຶ່ງໝູ່ບ້ານ ໜຶ່ງພໍ່ຄົວ/ແມ່ຄົວອາຫານໄທ”, ໄທ ໄດ້ວາງເປົ້າໝາຍຍົກສູງທັກສະ ແລະ ບຳລຸງສ້າງໃຫ້ພໍ່ຄົວແມ່ຄົວ 75.086 ຄົນຄືນໃໝ່ເພື່ອໃຫ້ເຂົາເຈົ້າກາຍເປັນພໍ່ຄົວແມ່ຄົວມືອາຊີບດ້ານອາຫານ ປະເທດ ໄທ, ດ້ວຍຫຼັກສູດບຳລຸງສ້າງລົງເລິກໃນໄລຍະ 2024 – 2027. ການສະຖິຕິຊີ້ໃຫ້ເຫັນວ່າ, ມີ 1.300 ຄົນໄດ້ຮັບການບຳລຸງສ້າງຕາມໂຄງການດັ່ງກ່າວໃນປີ 2024 ແລະ ຄາດວ່າຈະເພີ່ມຂຶ້ນ 17.000 ຄົນໃນປີ 2025, 26.000 ຄົນໃນປີ 2026 ແລະ 30.000 ຄົນໃນປີ 2027.




