ແຂວງບິ່ງດິ້ງໄດ້ຮັບຖືວ່າ ແມ່ນແຫ່ງ ເກັບຮັກສາຂີດໝາຍແຫ່ງ ໄລຍະທຳອິດແຫ່ງການສ້າງຕົວໜັງສືລາຕິນນັບແຕ່ຕົ້ນສະຕະວັດທີ 17. ໂບດລ່າງຊົງແມ່ນແຫ່ງຕັ້ງໂຮງພິມລ່າງຊົງແຫ່ງທຳອິດຢູ່ພາກໃຕ້. ປັດຈຸບັນ ໂບດລ່າງຊົງແມ່ນໜຶ່ງໃນບັນດາສະຖານທີ່ ດູດດື່ມສຳລັບແຂກທ່ອງທ່ຽວ ແລະ ຊາວແຂວງບິ່ງດິ້ງ.
![]() |
| ຮູບພາບໂບດລ່າງຊົງ. |
ໃກ້ຈະຮອດວັນບຸນ ຄຼິດສະມາດ, ບັນດານັກບວດຍິງໃນໂບດລ່າງຊົງໄດ້ຫ້າງຫາກະກຽມ ເຮັດອະນາໄມ, ປະດັບປະດາດ້ວຍຕົ້ນແປກ, ຖ້ຳ…ເພື່ອກະກຽມຕ້ອນຮັບວັນບຸນຄຼິດສະມາດ.
![]() |
|
ບັນດານັກບວດຍິງ ພວມພາວະນາ. ໂບດລ່າງຊົງໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍາກຳ Gotic ເຊິ່ງແມ່ນ ສະຖາປັດຕະຍາກຳເປັນເອກກະລັກຂອງຊາວເອີລົບ ໃນການກໍ່ສ້າງໂບດ. |
![]() |
| ລະບຽງໃນໂບດລ່າງຊົງ ມີລັກສະນະເກົ່າແກ່ແບບ ສະຖາປັດຕະຍາກຳ Gotic ຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ |
![]() |
| 2 ແຖວຕົ້ນຕະຄຽນມີອາຍຸເກືອບ 130 ປີ. |
![]() |
| ໂຮງພິມລ່າງຊົງເມື່ອກ່ອນນີ້ໄດ້ຮັບການບູລະນະປຸກສ້າງໃໝ່ |
![]() |
| ເຂດຫໍພັກຂອງບັນດານັກບວດຍິງ |
![]() |
| ບ່ອນທີສະຫງວນໃຫ້ແກ່ບັນດານັກບວດບິງຟັງ ເທດສະຫນາ |
![]() |
| ຄຸນພໍ່ ຢວານຫວໍດິ່ງເດະ ແນະນຳບັນດາສິ່ງພິມທີ່ໄດ້ພິມຢູ່ລ່າງຊົງ. |
![]() |
| ປຶ້ມຫົວຕ່າງໆທີ່ໄດ້ພິມຄັ້ງທຳອິດຢູ່ໂຮງພິມລ່າງຊົງເມື່ອກ່ອນນີ້. |
ປັດຈຸບັນເຂດຊາວຄຼິດ ກຸ໊ຍເຍິນ ພວມ ຄຸ້ມຄອງຮາກຖານສອງແຫ່ງທີ່ກ່ຽວຂ້ອງເຖິງ ຕົວໜັງສືລາຕິນນັ້ນແມ່ນ ເນືອກມັ້ນ ແລະ ລ່າງຊົງຢູ່ເມືອງ ຕຸຍເຟືອກ. ເລື່ອງບັນດານັກບວດ ໄດ້ມາສ້າງ ຮາກຖານຢູ່ເນືອກມັ້ນ ໄດ້ຮັບຖືວ່າ ແມ່ນໄດ້ເປີດສາກ ຂະບວນວິວັດແຫ່ງການສ້າງຕົວຄໜັງສືລາຕິນໃນຕົ້ນສະຕະວັດ ທີ 17 ແລະ ຫຼັງຈາກນັ້ນເປັນເວລາກ່ວາ 200 ປີ ກໍ່ໄດ້ມີໂຮງພິມລ່າງຊົງ, ນີ້ແມ່ນໜຶ່ງໃນຈຳນວນໂຮງພິມ 3 ແຫ່ງ ທຳອິດຂອງຫວຽດນາມ ທີ່ໄດ້ພິມຕົວໜັງສືລາຕິນ.




