logo

ໂລກ​ລະ​ບາດ Covid – 19, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ຊຽນ ແລະ ບົດ​ບາ​ດ​ປະ​ສານ​ງານ​ຂອງ​ຫວຽດ​ນາມ

2020/6/3 | 11:13:33
(VOVWORLD) -ຕາມແຜນການແລ້ວ, ກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນພິເສດ ແລະ ອາຊຽນ + 3 ພິເສດກ່ຽວກັບ Covid – 19 ໄດ້ດຳເນີນໃນວັນທີ 4 ມິຖຸນາ ຢູ່ຮ່າໂນ້ຍ.
ພາບປະກອບ 

ດ້ວຍບົດບາດເປັນປະທານອາຊຽນ 2020, ຫວຽດນາມໄດ້ພ້ອມກັບບັນດາປະເທດອາຊຽນຜັນຂະຫຍາຍຫຼາຍມາດຕະການ ແລະ ແຜນການກະທຳເພື່ອແນໃສ່ເປັນເຈົ້າການໃນການສະກັດກັ້ນ ແລະ ຮັບມືກັບໂລກລະບາດ. ທ່ານເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ປະທານກຸ່ມບັນດາລັດຖະມົນຕີເສດຖະກິດອາຊຽນຢັ້ງຢືນທີ່ກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນພິເສດ ແລະ ອາຊຽນ +3 ພິເສດກໍ່ຄືບັນດາກອງປະຊຸມຂັ້ນສູ່ງຕ່າງໆ, ບັນດາການນຳອາຊຽນ ແລະ ອາຊຽນ+3ລ້ວນແຕ່ມຸ່ງໄປສູ່ ເປົ້າໝາຍຢ່າງແທດຈິງໃນຈຸດເວລານີ້ ນັ້ນແມ່ນຮັບມືກັບໂລກລະບາດ Covid – 19 ຢ່າງມີປະສິດທິຜົນ ແລະ ຟື້ນຟູພື້ນຖານເສດຖະກິດໃນພາກພື້ນ ອາຊຽນ, ອາຊຽນ ແລະ ບັນດາຄູ່ຮ່ວມມື. ທ່ານກ່າວວ່າ:

  ຮອດເວລາແລ້ວ ທີ່ພວກເຮົາຕ້ອງສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຢ່າງແຮງກ່ວາອີກຂອງບັນດາປະເທດອາຊຽນ ກໍ່ຄືບັນດາຄູ່ຮ່ວມມືເພື່ອມີບັນດານະໂຍບາຍໃໝ່ທີ່ເໝາະສົມກ່ວາອີກກ່ຽວກັບການລົງທຶນ, ແຮງງານ, ການຕະຫຼາດ, ການເງິນ…, ຈັດຕັ້ງຢ່າງແໜ້ນແຟ້ນກ່ວາລະຫວ່າງບັນດາປະເທດອາຊຽນກັບບັນດາຄູ່ຮ່ວມມືເພື່ອສ້າງໂຄງປະກອບບັນດາລະບົບສະໜອງຄືນໃໝ່, ຮັບປະກັນຄວາມສາມາດໃນການປັບຕົວໃຫ້ແທດເໝາະກວ່າ, ຍືນຍົງກ່ວາ ແລະ ມີປະສິດທິຜົນກ່ວາຂອງບັນດາພື້ນຖານເສດຖະກິດອາຊຽນຕໍ່ຄວາມສ່ຽງໃໝ່ໃນອະນາຄົດ…

TAG
VOV/VOVworld/ໂລກ​ລະ​ບາດ Covid – 19/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ