logo

ໂລໂລຈ໋າຍ - ຄວາມງາມທີ່ອ່ອນນ້ອມຢູ່ເຂດເໜືອສຸດ ຫວຽດນາມ ປະກາຍແຈ້ງໃນທົ່ວໂລກ

2025/10/25 | 05:50:05

(VOVWORLD) - ໂດຍກາຍໜ້າບັນດາສະຖານທີ່ນັບຮ້ອຍແຫ່ງໃນທົ່ວໂລກທີ່ເຂົ້າຮ່ວມການລົງສະໝັກຄັດເລືອກ, ຫວ່າງແລ້ວນີ້ UN Tourism ໄດ້ເຊີດຊູໝູ່ບ້ານ ໂລໂລຈ໋າຍ ຂອງ ຫວຽດນາມ ແມ່ນໝູ່ບ້ານທ່ອງທ່ຽວດີທີ່ສຸດໃນປີ 2025.

ໝູ່ບ້ານ ໂລໂລຈ໋າຍ (ຂຶ້ນກັບແຂວງ ຮ່າຢາງ ເກົ່າ, ປັດຈຸບັນແມ່ນແຂວງ ຕຽນກວາງ) ຕັ້ງຢູ່ຕີນພູ ໂຣ່ງ, ໃກ້ກັບຈຸດເໜືອສຸດທີ່ສັກສິດ.
ໝູ່ບ້ານນ້ອຍຂອງຊາວເຜົ່າ ໂລໂລ ແຕ່ດົນນານມາແລ້ວໄດ້ກາຍເປັນສະຖານທີ່ທີ່ບໍ່ອາດພາດໄດ້ຂອງແຂກງທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາພູພຽງຫີນ ໂດ່ງວັນ.
ວັນທີ 17 ຕຸລາ, ຢູ່ແຂວງ ເຈີຈຽງ (Zhejiang), ຈີນ ອົງການທ່ອງທ່ຽວ ສປຊ (UN Tourism) ໄດ້ເຊີດຊູໝູ່ບ້ານ ໂລໂລຈ໋າຍ, ຕາແສງ ລຸ້ງກູ້, ແຂວງ ຕວຽນກວາງ ຂອງ ຫວຽດນາມ ແມ່ນໜຶ່ງໃນບັນດາໝູ່ບ້ານທ່ອງທ່ຽວດີທີ່ສຸດໃນປີ 2025.
ເຫດການໝູ່ບ້ານ ໂລໂລຈ໋າຍ ໄດ້ຮັບການເຊີດຊູແມ່ນ “ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນປີ 2025” ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງ ຕວຽນກວາງ ເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນການເດີນທີ່ຖືກທິດຂອງ ຫວຽດນາມ ໃນການພັດທະນາການທ່ອງທ່ຽວແບບຍືນຍົງ, ຕິດພັນກັບການອະນຸລັກຮັກສາມໍລະດົກ.
ສະຖານທີ່ແຫ່ງນີ້ຍັງແມ່ນຫໍພິພະທະພັນທີ່ມີຊີວິດກ່ຽວກັບສະຖາປັດຕະຍາກຳ, ວັດທະນະທຳ ແລະ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນເຜົ່າ ໂລໂລ.
ເຮືອນແຕ່ລະຫຼັງດ້ວຍຫຼັງຄາມຸງດິນຂໍ ໄດ້ຄົງຕົວມາເປັນເວລາຫຼາຍຮ້ອຍປີ.
ໂລໂລຈ໋າຍ ມີສະເໜ່ດຶງດູດແຂກທ່ອງທ່ຽວດ້ວຍຄວາມລຽບງ່າຍ
ຢູ່ໝູ່ບ້ານແຫ່ງນີ້, ບັນດາເຮືອນຫຼັງຕ່າງໆໄດ້ຮັບການອະນຸລັກຮັກສາ, ບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອ ບໍ່ຖືກຫັນເປັນການຄ້າ ເຊິ່ງໄດ້ຮັບການເສີມຂະຫຍາຍດ້ວຍຄວາມເຄົາລົບ.
ມີເຮືອນຫຼາຍຫຼັງໄດ້ຫັນປ່ຽນກາຍເປັນ homestay ດ້ວຍສະຖາປັດຕະຍາກຳທີ່ໄດ້ຮັກສາໄວ້ຄືເກົ່າ, ນຳມາເຊິ່ງບັນຍາກາດສະຖານທີ່ພັກຜ່ອນທີ່ອົບອຸ່ນ ແລະ ເປັນເອກະລັກສະເພາະ.
ການທ່ອງທ່ຽວຢູ່ໝູ່ບ້ານ ໂລໂລຈ໋າຍ ມີການຖືເປັນສຳຄັນເຖິງລັກສະນະວົງຄະນະຍາດ, ເຊິ່ງແມ່ນສະຖານທີ່ທີ່ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ເບິ່ງຊົມເທົ່ານັ້ນ ຫາກຍັງໄດ້ລົງຕົວຈິງ, ໂອ້ລົມ, ຊອກຮູ້ກ່ຽວກັບຊີວິດການເປັນຢູ່ຂອງຊາວທ້ອງຖິ່ນອີກດ້ວຍ.
ດື່ມຊາ ຫຼື ກາເຟ ແລະ ຄົ້ນຫາວັດນະທະນຳທ້ອງຖິ່ນ
ບັນດາເຄື່ອງລະຫຼິ້ນພື້ນເມືອງ, ພິທີກຳການເຫຼື້ອມໃສ, ວັດທະນະທຳທີ່ເປັນມູນເຊື້ອ ພວມໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ ໃນການເຄື່ອນໄຫວການທ່ອງທ່ຽວພັດທະນາເສດຖະກິດ ສັງຄົມ ແບບຍືນຍົງ.
ຊຸດອາພອນຂອງແມ່ຍິງຊາວເຜົ່າ ໂລໂລ ສີດຳ ມີຄວາມເດັ່ນງາມ ຍາມໃດກໍ່ ແມ່ນຈຸດດຶງດູດແຂກທ່ອງທ່ຽວ ແລະ ແມ່ນແຫຼ່ງບັນດານໃຈໃຫ້ແກ່ນັກຖ່າຍຮູບເມື່ອມາຢາມ ໝູ່ບ້ານ ໂລໂລຈ໋າຍ.
ຄວາມສຸດຈິດສຸດໃຈ, ຮັກແພງແຂກຄົນຂອງປະຊາຊົນແມ່ນປັດໄຈຫຼັກແຫຼ່ງ ຊ່ວຍໃຫ້ ໂລໂລຈ່໋າຍ ໄດ້ຮັບການເຊີດຊູຈາກ UN Tourism
ບໍ່ວ່າໃນລະດູການໃດ, ໂລໂລຈ໋າຍ ກໍ່ໄດ້ປົກຄຸມດ້ວຍຄວາມງາມທີ່ໂຣແມນຕິກ.
ນາມມະຍົດ ໝູ່ບ້ານທ່ອງທ່ຽວດີທີ່ສຸດ 2025 ແມ່ນກຳລັງໜູນເພື່ອໃຫ້ໝູ່ບ້ານ ໂລໂລຈ໋າຍ ສືບຕໍ່ພັດທະນາການທ່ອງທ່ຽວສີຂຽວ, ມີຄວາມຮັບຜິດຊອບ, ປົກປັກຮັກສາສິ່ງແວດລ້ອມ ແລະ ສີສັນວັດທະນະທຳໃຫ້ແກ່ຄົນລຸ້ນຫຼັງ.

 

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ