logo

ໂອ​ມານ ຢັ້ງ​ຢືນ​ວ່າ ອາ​ເມ​ລິ​ກາ ແລະ ອີ​ຣານ ຈະ​ສືບ​ຕໍ່​ເຈ​ລະ​ຈາ

2026/2/23 | 09:13:09
(VOVWORLD) - ທ່ານ Seyed Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານອາດຈະພົບປະກັບ ທ່ານ Steve Witkoff ທູດພິເສດ ຂອງປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 26 ກຸມພາຢູ່ເຊີແນວ, ປະເທດສະວິດ.

ວັນທີ 22 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ໂອມານ Badr Albusaidi ປະກາດຮອບເຈລະຈາຮອບຕໍ່ໄປລະຫວ່າງ ອາເມລິກາ ແລະ ອີຣານ ຈະໄດ້ຈັດຂຶ້ນຢູ່ ເຊີແນວ (ສະວິດ) ໃນວັນທີ 26 ກຸມພາ. ໃນສື່ສັງຄົມອອນໄລ, ທ່ານ ລັດຖະມົນຕີການຕ່າງປະເທດ ໂອມານ ຂຽນວ່າ: “ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ ເມື່ອຢັ້ງຢືນບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ອີຣານ ປັດຈຸບັນ ໄດ້ກຳນົດຢູ່ເຊີແນວ ໃນວັນທີ 26 ກຸມພາ, ດ້ວຍກຳລັງໜູນຢ່າງຕັ້ງໜ້າເພື່ອມານະພະຍາຍາມກວ່າມຸ່ງໄປເຖິງການປະຕິບັດສຳເລັດຂໍ້ຕົກລົງ”.

ໃນການກະທຳທີ່ກ່ຽວຂ້ອງ, ໃນວັນດຽວກັນ, ທ່ານ Seyed Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານອາດຈະພົບປະກັບ ທ່ານ Steve Witkoff ທູດພິເສດ ຂອງປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 26 ກຸມພາຢູ່ເຊີແນວ, ປະເທດສະວິດ. ທ່ານ Seyed Abbas Araghchi ໃສ່ໃຈວ່າ ຍັງມີຄວາມສາມາດຊອກຫາມາດຕະການທາງການທູດ ລະຫວ່າງ ເຕເຮຣານ ແລະ ວໍຊິງຕັນ.

TAG
VOV/VOVworld/ອາ​ເມ​ລິ​ກາ/ອີ​ຣານ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ