logo

ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ປິດ​ສົກ​ຮຽນ 2024 – 2025

2025/6/24 | 09:57:00
(VOVWORLD) -    ວັນທີ 23 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໂຮງຮຽນສອງພາສາ ລາວ - ຫວຽດ ຫງວນຢູ ໄດ້ຈັດພິທີປິດສົກຮຽນ 2024 – 2025.
ລາຍການສະແດງສິລະປະໃນພິທີປິດສົກຮຽນ 

ເມື່ອກ່າວຄຳເຫັນໃນພິທີ, ທ່ານນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ, ສົກຮຽນ 2024 – 2025 ທັງຄູອາຈານ ແລະ ນັກຮຽນຂອງໂຮງຮຽນສອງພາສາລາວ - ຫວຽດ ຫງວຽນຢູ ບັນລຸໄດ້ບັນດາຜົນງານທີ່ໜ້າຊື່ນຊົມໃນການຮ່ຳຮຽນ ກໍຄືບັນດາການເຄື່ອນໄຫວອື່ນ, ເຊັ່ນ: ປະຕິບັດສຳເລັດເປົ້າໝາຍສົກຮຽນ 2024 – 2025 ດ້ວຍອັດຕານັກຮຽນເກັ່ງບັນລຸ 16,94%; ຖັນແຖວນັກຮຽນເກັ່ງຂອງໂຮງຮຽນ ຍາມໃດກໍບັນລຸໄດ້ລາງວັນສູງໃນການເສັງຄັ້ງຕ່າງໆ.

        ນອກຈາກບັນດາກິດຈະກຳແຂ່ງຂັນການຮຽນການສອນແລ້ວ, ໂຮງຮຽນຍັງ ຕັ້ງໜ້າລະດົມກຳລັງໃຈ, ສ້າງເງື່ອນໄຂເພື່ອໃຫ້ບັນດານັກຮຽນເຂົ້າຮ່ວມຂະບວນການຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ, ເຊັ່ນ: ເຂົ້າຮ່ວມການສະແດງສິລະປະວັນນະຄະດີໃນເຫດການຕ່າງໆ ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຂຶ້ນ, ການເຄື່ອນໄຫວກຸສົນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ, ຊ່ວຍເຫຼືອປະຊາຊົນ, ທະຫານຢູ່ໝູ່ເກາະ ເຈື່ອງຊາ…

ນັກຂ່າວ VOV ປະຈໍາ ລາວ

TAG
VOV/VOVworld/ໂຮງຮຽນສອງພາສາລາວ - ຫວຽດ ຫງວຽນຢູ/ປິດ​ສົກ​ຮຽນ 2024 - 2025

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ