logo

ໂຮ້ຍອານ ນອນໃນ top 25 ນະຄອນດີທີ່ສຸດໃນໂລກ 2022

2022/7/24 | 03:40:00
(VOVWORLD) -ໂຮ້ຍອານ ແມ່ນນະຄອນຕາງໜ້າໜຶ່ງດຽວຂອງ ຫວຽດນາມ, ໄດ້ລອດເຂົ້າບັນຊີລາຍຊື່ 25 ນະຄອນເຊິ່ງນັກທ່ອງທ່ຽວຄັດເລືອກຫຼາຍທີ່ສຸດ.

ວັນທີ 15 ກໍລະກົດ, ວາລະສານທ່ອງທ່ຽວທີ່ມີຊື່ສຽງ Travel & Leisure ຂອງ ອາເມລິກາ ຫາກໍປະກາດວ່າ ໂຮ້ຍອານ ແມ່ນນະຄອນໜຶ່ງດຽວຂອງ ຫວຽດນາມ ນອນໃນ top ບັນດານະຄອນດີທີສຸດໃນໂລກປີ 2022.

ຕາມນັ້ນແລ້ວ, ໂຮ້ຍອານ ຢູ່ອັນດັບທີ 20 ໃນບັນຊີລາຍຊື່ 25 ນະຄອນ ໄດ້ຮັບການຄັດເລືອກຫຼາຍທີ່ສຸດ.

ທົ່ວນະຄອນ ໂຮ້ຍອານ ເບິ່ງຈາກບ່ອນສູງ
(ພາບ: ມິງຫາຍ)
25 ນະຄອນດີທີ່ສຸດໄດ້ຢັ້ງຢືນຜ່ານບັນດາມາດຕະຖານຄື: ໂຮງແຮມ, ຮ້ານອາຫານ, ມໍລະດົກວັດທະນະທຳທີ່ອຸດົມສົມບູນ, ສະຖານທີ່ຢ້ຽມຊົມດູດດຶ່ມ, ມີຄວາມເປັນມິດກັບແຂກຄົນ ກໍຄືການປ້ອງກັນ, ຕ້ານໂລກລະບາດໂຄວິດ-19…
ຄຸ້ມຖະໜົນເກົ່າ ໂຮ້ຍອານ ລວມມີ 1.360 ເຂດປູຊະນີຍະສະຖານ, ໃນນັ້ນມີເຮືອນບູຮານເກົ່າແກ່ 1.068 ຫຼັງ, ນ້ຳສ້າງບູຮານ 11 ບໍ່, ຫໍບູຊາວົງຕະກຸນ 38 ແຫ່ງ, ວັດ 19 ຫຼັງ, ສາລາບ້ານ 23 ຫຼັງ…
(ພາບ: ມິງຫາຍ)
ຄຸ້ມຖະໜົນເກົ່າ ໂຮ້ຍອານ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກໃນປີ 1999.
(ພາບ: NickM/VNExpress)
(ພາບ: ຮ່າເຟືອງ)
ລອຍກະໂທງຢູ່ກ້ອງຂົວ ເກົ່າ - ເຊິ່ງແມ່ນສັນຍາລັກຂອງ ໂຮ້ຍອານ
(ພາບ: ມິງຫາຍ)
(ພາບ: ຮ່າເຟືອງ)
ມີ່ກວາງ - ອາຫານທົ່ວໄປເຊິ່ງໄດ້ຮັບຄວາມນິຍົມຢູ່ ໂຮ້ຍອານ
(ພາບ: ຮ່າເຟືອງ)
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ