logo

ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​​ແກ່​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ລາວ

2025/4/25 | 11:07:33
(VOVWORLD) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ, ຕອນເຊົ້າວັນທີ 25 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.
ບັນຍາກາດການພົບປະ (ພາບ: VOV)

ການນຳສອງທ່ານໄດ້ຢັ້ງຢືນຄືນໃໝ່ວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ການນຳສອງທ່ານກໍເຫັນດີເປັນເອກະພາບ ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໃນນັ້ນ ມີຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນການປັບປຸງ ແລະ ສ້າງລະບອບລະບຽບການ, ລະບົບກົດໝາຍໃຫ້ສົມບູນແບບ; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດກ່ຽວກັບລະບອບລະບຽບການ/ກົນໄກ, ສ້າງແລວນິຕິກຳອັນສະດວກໃຫ້ແກ່ວິສາຫະກິດ ແລະ ທ້ອງຖິ່ນສອງປະເທດຜັນຂະຫຍາຍການຮ່ວມມືຕາມທິດຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການນຳສອງທ່ານ ກໍ່ຕີລາຄາສູງເລື່ອງ ສອງຝ່າຍພວມຕັ້ງໜ້າຄົ້ນຄວ້າຮຽບຮຽງ ແລະ ພິມຈຳໜ່າຍປຶ້ມ “50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ”; ພ້ອມທັງເຊື່ອໝັ້ນວ່າ ປຶ້ມເຫຼັ້ມນີ້ຈະປະກອບສ່ວນໂຄສະນາຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນສອງປະເທດກ່ຽວກັບການພົວພັນຜູກພັນຢ່າງສະໜິດແໜ້ນ ຫວຽດນາມ - ລາວ.

        ສອງຝ່າຍເຫັນດີເພີ່ມທະວີຄວາມສາມັກຄີ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ປຶກສາຫາລື, ສົມທົບກັນສະໜັບສະໜູນຫຼັກໝັ້ນໃນບັນດາບັນຫາສາກົນ ແລະ ພາກພື້ນ ທີ່ສອດຄ່ອງກັບຜົນປະໂຫຍດ, ຄວາມສົນໃຈຂອງແຕ່ລະປະເທດ, ກົມກຽວກັບຫຼັກໝັ້ນລວມຂອງ ອາຊຽນ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ  ພົບປະກັບ ທ່ານ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ (ພາບ: VOV)

        ເນື່ອງໃນໂອກາດນີ້, ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກໍໄດ້ມີການພົບປະກັບທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດແຫ່ງ ສປປ.ລາວ.

TAG
VOV/VOVworld/ປະ​ທານ​ປະ​ເທດ ເລືອງ​ເກື່ອງ/ຢ້ຽມ​ຢາມ​ລັດ​ຖະ​ກິດ ສ​ປ​ປ.ລາວ/ສະ​ພາ​ແຫ່ງ​ຊາດ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ