logo

ໄຂກອງປະຊຸມຜູ້ບັນຊາການຕຳຫລວດອາຊຽນຢູ່ມາເລເຊຍ

2016/7/26 | 11:29:42
(vovworld)- ວັນ​ທີ 26/7, ກອງ​ປະ​ຊຸມ​ຜູ້​ບັນ​ຊາ​ການ​ຕຳ​ຫລວດ​ອາ​ຊຽນ ຄັ້ງ​ທີ 36 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ Putrajaya ຂອງ​ມາ​ເລ​ເຊຍ

ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:congannhandan

(vovworld)- ວັນ​ທີ 26/7, ກອງ​ປະ​ຊຸມ​ຜູ້​ບັນ​ຊາ​ການ​ຕຳ​ຫລວດ​ອາ​ຊຽນ ຄັ້ງ​ທີ 36 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ Putrajaya ຂອງ​ມາ​ເລ​ເຊຍ ກ່ຽວ​ກັບ​ບັນ​ຫາ​ຕ້ານ​ການກໍ່​ການ​ຮ້າຍ ແມ່ນ​ບັນ​ຫາ​ບຸ​ລິ​ມະ​ສິດຕົ້ນ​ຕໍ​ໃນ​ໂຄງ​ການ​ດຳ​ເນີນ​ງານ. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ຜ​ູ້​ຕາງ​ຫນ້າ​ຕຳ​ຫລວດ​ມາ​ຈາກ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ຄູ່​ເຈ​ລະ​ຈາ​ຂອງ ອາ​ຊຽນ ລວມ​ມີ: ຈີນ, ຍີ່​ປຸ່ນ, ສ​ເກົາ​ຫລີ, ອົດ​ສະ​ຕາ​ລີ ແລະ ບັນ​ດາ​ຜູ້​ຕາງ​ຫນ້າ​ມາ​ຈາກ​ຄະ​ນະ​ເລ​ຂາ Interpol. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Najib Razak  ເນັ້ນ​ຫນັກ​ວ່າ: ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ການກໍ່​ການ​ຮ້າຍ​ທີ່​ພວມ​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ໄດ້​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ວ່າ ລັດ​ທິກໍ່​ການ​ຮ້າຍ​ແມ່ນ​ໄພ​ນາບ​ຂູ່ ຊ້ຳ​ບໍ່​ໜຳ​ຍັງ​ໃຫຍ່ກວ່າ​ກ່ອນນີ້. ນາ​ຍົກ​ລັດ​ຖະ​ມົນ​ຕີ Najib ຮຽກ​ຮ້ອງ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ແບ່ງ​ປັນ,ຊອກ​ຫາ​ມາດ​ຕະ​ການ​ດີ​ສຸດ​ໃນ​ບັນ​ດາ​ຂໍ້​ລ​ິ​ເລີ່ມ​ຕ້ານ​ການກໍ່​ການ​ຮ້າຍ ການ​ໃຊ້​ຄວາມ​ຮຸນ​ແຮງ.

TAG
vovworld/​ປະ​ເທດ​ຄູ່​ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ