logo

ໄຂການເຄື່ອນໄຫວຫຼາຍຢ່າງເພື່ອເຊີດຊູສີສັນວັດທະນະທຳບຸນເຕັດ

2026/2/14 | 08:48:26
(VOVWORLD) - ຄະນະກຳມະການປະຊາຊົນແຂວງ ດົ່ງທາບ ໄດ້ໄຂຖະໜົນດອກໄມ້ລະດູບານໃໝ່ປີມະເມຍ ຢູ່ສະໜາມຫຼວງ ຮຸ່ງເວືອງ ແລະ ຖະໜົນ ລິເທື່ອງກຽດ.
(ຖະໜົນດອກໄມ້ລະດູບານໃໝ່ປີມະເມຍ ຢູ່ສະໜາມຫຼວງ ຮຸ່ງເວືອງ)

ວັນທີ 13 ກຸມພາ (ກົງກັບວັນທີ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຢູ່ຫຼາຍທ້ອງຖິ່ນໄດ້ຜັນຂະຫຍາຍການເຄື່ອນໄຫວຕ້ອນຮັບລະດູບານໃໝ່ປີມະເມຍ 2026, ສ້າງເຂດວັດທະນະທຳຮັບໃຊ້ປະຊາຊົນ, ແຂກທ່ອງທ່ຽວໄປທ່ຽວຊົົມ, ພ້ອມກັນນັ້ນ ກໍ່ປະກອບສ່ວນເຊີດຊູຄຸນຄ່າທີ່ເປັນມູນເຊື້ອ, ໂຄສະນາພາບພົດທ້ອງຖິ່ນ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວ.

ຄະນະກຳມະການປະຊາຊົນແຂວງ ດົ່ງທາບ ໄດ້ໄຂຖະໜົນດອກໄມ້ລະດູບານໃໝ່ປີມະເມຍ ຢູ່ສະໜາມຫຼວງ ຮຸ່ງເວືອງ ແລະ ຖະໜົນ ລິເທື່ອງກຽດ. ຖະໜົນດອກໄມ້ເປີດປະຕູຮັບໃຊ້ແຂກມາຢ້ຽມຊົມໃນ 9 ມື້ຂອງວັນບຸນປີໃໝ່ປະຈຳຊາດ (ບຸນເຕັດ), ແຕ່ວັນທີ 13 – 21 ກຸມພາ.

ຢູ່ແຂວງ ຢາລາຍ, ຕອນຄ່ຳວັນທີ 13 ກຸມພາ, ຄະນະກຳມະການປະຊາຊົນຕາແສງ ອານເຍີນດົງ ໄດ້ຈັດງານບຸນດອກເໝີຍເຫຼືອງ ຄັ້ງທີ 1 ປີ 2026. ເຂົ້າຮ່ວມງານບຸນ, ປະຊາຊົນ ແລະ ແຂກທ່ອງທ່ຽວຈະໄດ້ຮັບຊົມຕົ້ນດອກເໝີຍ 150 ຕົ້ນທີ່ໄດ້ອອກແບບຢ່າງງາມຕາມ; ໄດ້ຮັບຊົມບັນດານັກສິລະປະກອນແຂ່ງຂັນອອກແບບຕົ້ນດອກເໝີຍ…

TAG
VOV/VOVworld/ຖະ​ໜົນ/​ດອກ​ໄມ້/​ເປີດ​ປະ​ຕູ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ