logo

ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ - ໄທ

2024/4/11 | 07:17:28
(VOVWORLD) - ງານຕະຫຼາດນັດໄດ້ດຶງດູດການເຂົ້າຮ່ວມຂອງ 60 ຮ້ານວາງສະແດງ, ທີ່ມາຈາກ 90 ຮາກຖານດຳເນີນທຸລະກິດ, ວິສາຫະກິດຂອງ 4 ປະເທດ, ໃນນັ້ນ ຫວຽດນາມ ມີ 45 ຮາກຖານດຳເນີນທຸລະກິດ ແລະ ມີ 16 ຮ້ານວາງສະແດງສິນຄ້າ. 
ພິທີຕັດຜ້າແທບ ງານວາງສະແດງ (ພາບ: TTXVN)

ຕອນບ່າຍວັນທີ 10 ເມສາ, ຢູ່ແຂວງ ຈຳປາສັກ (ລາວ) ໄດ້ດຳເນີນພິທີໄຂ “ງານຕະຫຼາດນັດ ວາງສະແດງຜະລິດຕະພັນ ແລະ ບັນດາການເຄື່ອນໄຫວເຊື່ອມຕໍ່ການລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງບັນດາວິສາຫະກິດ ຫວຽດນາມ - ລາວ - ກຳປູເຈຍ - ໄທ”. ນີ້ແມ່ນເຫດການນອນໃນຂອບເຂດເວທີປາໄສການຮ່ວມມືການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຊຸກຍູ້ແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ ແລະ ສາມຫຼ່ຽມພັດທະນາ CLV (ກຳປູເຈຍ - ລາວ - ຫວຽດນາມ).

ງານຕະຫຼາດນັດໄດ້ດຶງດູດການເຂົ້າຮ່ວມຂອງ 60 ຮ້ານວາງສະແດງ, ທີ່ມາຈາກ 90 ຮາກຖານດຳເນີນທຸລະກິດ, ວິສາຫະກິດຂອງ 4 ປະເທດ. ໃນນັ້ນ, ຫວຽດນາມ ມີ 45 ຮາກຖານດຳເນີນທຸລະກິດ ແລະ ມີ 16 ຮ້ານວາງສະແດງສິນຄ້າ. ບັນດາຜະລິດຕະພັນໄດ້ວາງສະແດງຢູ່ເຫດການນີ້ຄັ້ງນີ້ ລວມມີ: ຜະລິດຕະພັນກະເສດ, ອຸດສາຫະກຳປຸງແຕ່ງຄື: ກາເຟ, ຊາ, ຜັກ, ອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳ, ຜະລິດຕະພັນ OCOP (ໜຶ່ງຕາແສງໜຶ່ງຜະລິດຕະພັນ), ໂຄສະນາບັນດາສະຖານທີ່ທ່ອງທ່ຽວ ແລະ ບັນດາທ່າແຮງ, ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ… ງານຕະຫຼາດນັດຈະແກ່ຍາວຮອດວັນທີ 12 ເມສາ.

TAG
VOV/VOVworld/ການ​ຄ້າ/ຫວຽດ​ນາມ/ລາວ/ໄທ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ